ຮີບ​ຮ້ອນ ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ທີ່​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ມີວິ​ທະ​ຍາ​ສາດ

(VOVWORLD) -ກ່າວຄຳເຫັນຊີ້ນຳ ຢູ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຊີ້ແຈ້ງວ່າ, ວິວັດການເປີດປະຕູ, ຟື້ນຟູການເຄື່ອນໄຫວທ່ອງທ່ຽວໃນສະພາບການປັດຈຸບັນ ຕ້ອງປະຕິບັດຢ່າງຮີບດ່ວນ, ຮັບປະກັນມີຂໍ້ກຳນົດວິທະຍາສາດ
ຮີບ​ຮ້ອນ ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ທີ່​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ມີວິ​ທະ​ຍາ​ສາດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນບ່າຍວັນທີ 21 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເປັນປະທານກອງປະຊຸມທາງໄກ ກັບກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ກະຊວງຕຳຫຼວດ, ກະຊວງການຕ່າງປະເທດ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງຄົມມະນາຄົມ ແລະ ຂົນສົ່ງ, ກະຊວງສາທາລະນະສຸກ, ຫ້ອງວ່າການລັດຖະບານ, ສະມາຄົມທ່ອງທ່ຽວ ຫວຽດນາມ, ຜູ້ຕາງໜ້າການນຳຄະນະກຳມະການປະຊາຊົນ ແຂວງ, ນະຄອນ ກ່ຽວກັບວິທີການຮັບແຂກທ່ອງທ່ຽວສາກົນ ພາຍຫຼັງໂລກລະບາດໂຄວິດ - 19.

ກ່າວຄຳເຫັນຊີ້ນຳ ຢູ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຊີ້ແຈ້ງວ່າ, ວິວັດການເປີດປະຕູ, ຟື້ນຟູການເຄື່ອນໄຫວທ່ອງທ່ຽວໃນສະພາບການປັດຈຸບັນ ຕ້ອງປະຕິບັດຢ່າງຮີບດ່ວນ, ຮັບປະກັນມີຂໍ້ກຳນົດວິທະຍາສາດ, ມີຄວາມປອດໄພຢ່າງຄົບຖ້ວນ. ກ່ຽວກັບການເປີດປະຕູ ໃນຂົງເຂດການທ່ອງທ່ຽວ, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສືບຕໍ່ປະຕິບັດຖືກຕາມຂໍ້ກຳນົດທີ່ພວມປະກາດໃຊ້ໃນປັດຈຸບັນ, ພ້ອມທັງສະເໜີໃຫ້ຂັ້ນທີ່ມີສິດອຳນາດ ກ່ຽວກັບວິທີການແກ້ໄຂທີ່ສະດວກ ໃນການຍົກເວັ້ນ, ຫຼຸດຄ່າວີຊາ ເຂົ້າເມືອງ ໃຫ້ແກ່ແຂກຕ່າງປະເທດ.

ກ່ຽວກັບ ການຄຸ້ມຄອງແຂກທ່ອງທ່ຽວ, ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ຕ້ອງຄິດໄລ່ເຖິງວິທີການໃນໂປແກຼມ ທີ່ງ່າຍດາຍ, ສະດວກ, ນຳໃຊ້ງ່າຍ ຫຼື ຫັນໂປແກຼມ PC – COVID ໃຫ້ເປັນງ່າຍດາຍ ສຳລັບແຂກສາກົນ. ກ່ຽວກັບຂໍ້ກຳນົດໃນການວິໄຈຫາເຊື້ອໃຫ້ແກ່ແຂກທ່ອງທ່ຽວຕ່າງປະເທດ, ກະຊວງສາທາລະນະສຸກ ຕ້ອງກຳນົດ ເວລາວິໄຈຫາເຊື້ອ ແລະ ວິທີການວິໄຈຫາເຊື້ອຢ່າງລະອຽດ ເມື່ອເຂົ້າມາ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ