ຮັບຮູ້ແຜ່ນສີລາອະທິປະໄຕຢູ່ໝູ່ເກາະເຈື່ອງຊາ ແມ່ນປູຊະນິຍະສະຖານລະດັບຊາດ

ຮັບຮູ້ແຜ່ນສີລາອະທິປະໄຕຢູ່ໝູ່ເກາະເຈື່ອງຊາ ແມ່ນປູຊະນິຍະສະຖານລະດັບຊາດ - ảnh 1
(ແຜນ​ສີ​ລາ​ອະທິປະ​ໄຕ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ)

(vovworld) –  ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຫາກໍ່​ເຊັນ​ຂໍ້​ຕົກລົງ​ຮັບ​ຮູ້​ບັນດາ​ແຜ່ນ​ສີ​ລາ​ອະທິປະ​ໄຕ​ຢູ່​ເກາະ ສອງ​ຕື​ໄຕ, ​ຕາ​ແສງ ສອງ​ຕື​ໄຕ ​ແລະ ​ເກາະ​ນາມ​ອ໋ຽດ, ຕາ​ແສງ​ເກາະ​ສິງ​ໂຕນ, ຂຶ້ນ​ກັບ​ເມື່ອ​ງ​ເກາະ​ເຈື່ອງ​ຊາ, ​ແຂວງ​ແຄ໋ງຮ່ວາ ​ແມ່ນປູ​ຊະ​ນິຍະສະ​ຖານ​ລະ​ດັບ​ຊາດ. ທ່ານ ຫງວຽນ​ວັນ​ທິກ, ຮອງ​ຫົວ​ໜ້າ​ສູນ​ຄຸ້ມ​ຄອງ​ເຂດປູ​ຊະ​ນິຍະສະ​ຖານ​​ແຂວງ​ແຄ໋ງຮ່ວາ ​ໃຫ້​ຮູ້​ວ່າ.

        “ບັນດາ​ຫຼັກ​ໝາຍ​ດັ່ງກ່າວ​ມີ​ຄວາມ​ໝາຍ​ສຳຄັນ​ແມ່ນ​ພະຍານ​ຫຼັກ​ຖານຢັ້ງຢືນ​ອະທິປະ​ໄຕ​ຂອງ​ຊາດ​ຫວຍ​ດນາມ ທີ່​ມີ​ຕໍ່​ໝູ່​ເກາະ​ເຈື່ອງ​ຊາ, ຢັ້ງຢືນຄຸນຄ່າ​ແຮງ​ງານ, ຜົນງານ​ຂອງ​ຄົນລຸ່ນກ່ອນໆທີ່​ມີ​ຄຸນງາມຄວາມດີໃນການສ້າງ​​ຊີວິດ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ”.

ຂ່າວ/ບົດ​ອື່ນ