ຮ​ູບເຄິ່ງ​ຄີງ​ປະ​ທານ ໂຮ່​ຈີ​ມິນ - ສິ່ງ​​ປະ​ເສີດໃນ​ຄອບ​ຄົວຊາວ ຫວຽດ​ນາມ ອາ​ໄສ ຢູ່ ລາວ

(VOVWORLD) -    ຫຼາຍປີມານີ້, ເຖິງວ່າ ດຳລົງຊີວິດຢູ່ ໄທ, ຢູ່ ຝລັ່ງ ແລ້ວກັບມາດຳລົງຊີວິດຢູ່ ລາວ ກໍຕາມ ແຕ່ໃນສຳພາລະເດີນທາງຂອງຄອບຄົວ ແມ່ຕູ້ ຫງວຽນທິເນືອງ - ຊາວ ຫວຽດນາມ ອາໄສຢູ່ ບ້ານຝ້າຍ, ເມືອງ ສີສັດຕະນາດ, ນະຄອນຫຼວງ ວຽງຈັນ ຍາມໃດກໍຖືຮູບເຄິ່ງຄີງປະທານ ໂຮ່ຈີມິນ ໄປຕາມ. ສຳລັບຄອບຄົວຂອງແມ່ຕູ້ແລ້ວ, ນັ້ນແມ່ນສິ່ງທີ່ປະເສີດ ບໍ່ອາດຂາດໄດ້.
ຮ​ູບເຄິ່ງ​ຄີງ​ປະ​ທານ ໂຮ່​ຈີ​ມິນ - ສິ່ງ​​ປະ​ເສີດໃນ​ຄອບ​ຄົວຊາວ ຫວຽດ​ນາມ ອາ​ໄສ ຢູ່ ລາວ - ảnh 1ຮູບເຄິ່ງຄີງປະທານ ໂຮ່ຈີມິນ ໄດ້ຕັ້ງຢູ່ບ່ອນສົມກຽດເທິງຮ້ານບູຊາໃນຫ້ອງຮັບແຂກໃນເຮືອນຂອງແມ່ຕູ້ ເນືອງ

ໃນເຮືອນຫຼັງໜຶ່ງຕັ້ງຢູ່ຖະໜົນດົງປ່າລານ ຢູ່ນະຄອນຫຼວງວຽງຈັນ, ຮູບເຄິ່ງຄີງປະທານ ໂຮ່ຈີມິນ ໄດ້ຕັ້ງຢູ່ບ່ອນສົມກຽດເທິງຮ້ານບູຊາໃນຫ້ອງຮັບແຂກ, ເພື່ອໃຫ້ທຸກຄົນສາມາດເຫັນລຸງໂຮ່ໃນແຕ່ລະວັນ. ຮອດວັນຄ້າຍວັນເກີດ ຫຼື ວັນເຖິງແກ່ມໍລະນະກຳຂອງລຸງໂຮ່, ຄອບຄົວຂອງແມ່ຕູ້ກໍທຳພິທີບູຊາ, ຈູດທູບໃຕ້ທຽນເພື່ອສະແດງຄວາມຮູ້ບຸນຄົນຕໍ່ເພິ່ນ, ຈົດຈຳຄຳສັ່ງສອນຂອງເພິ່ນ. ສຳລັບແມ່ຕູ້ແລ້ວ, ເຫັນລຸງໂຮ່ ແມ່ນເຫັນປະເທດຊາດ, ເຫັນບ້ານເກີດເມືອງນອນ, ເຫັນກົກເຄົ້າເຫງົ້າກໍ່ຂອງຊາດ ຫວຽດນາມ.

        “ມີ ລຸງໂຮ່ ຈຶ່ງມີບ້ານເກີດເມືອງນອນ, ມີປະເທດຊາດຄືໃນວັນນີ້. ລຸງໂຮ່ ເຄີຍສັ່ງສອນວ່າ ເຖິງວ່າໄປໃສ, ຢູ່ໃສ, ເຮົາກໍແມ່ນຄົນ ຫວຽດ. ເຮົາມີບ້ານເກີດເມືອງນອນ, ເຮົາຕ້ອງຮູ້ຮັກຫອມ, ເຄົາລົບ, ຖະໜຸຖະໜອມ. ພວກຂ້າພະເຈົ້າຮູ້ສຶກມີຄວາມເອກອ້າງທະນົງໃຈທີ່ສຸດ ທີ່ປະເທດເຮົາມີ ລຸງໂຮ່, ເຮົາມີບ້ານເກີດເມືອງນອນ, ມີປະເທດຊາດ ເຊິ່ງໃນທົ່ວ 5 ທະວີບ ໃຜໆກໍຕ້ອງເຄົາລົບນັບຖື”.

ແມ່ຕູ້ ຫງວຽນທິເນືອງ ແມ່ນໜຶ່ງໃນບັນດາບຸກຄົນທີ່ດີເດັ່ນຂອງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ. ປີນີ້, ແມ່ຕູ້ມີອາຍຸ 93 ປີແລ້ວ, ເຖິງວ່າສຸຂະພາບກໍອ່ອນເພຍແລ້ວກໍຕາມ ແຕ່ແມ່ຕູ້ຍາມໃດກໍຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງປະຊາຄົມ ຊາວ ຫວຽດນາມ ອາໄສ ຢູ່ ນະຄອນຫຼວງ ວຽງຈັນ.

ຕອບກັບ

ຂ່າວ/ບົດ​ອື່ນ