ຮູບເງົາເລື່ອງ"ລີງລົມບໍ່ມີວັນນ້ຳຕາຕົກ" ໄດ້ຮັບ ລາງວັນຮູບເງົາດີເດັ່ນໃນງານມະຫາກຳ ຮູບເງົາ ສາກົນ Berlin ຄັ້ງທີ 74

(VOVWORLD) -ຜູ້ກຳກັບການສະແດງຝ້າມງອກເລີນ ເປັນທີ່ຄຸ້ນເຄີຍໃນງານມະຫາກຳຮູບເງົາ Berlin, ດ້ວຍຮູບເງົາສັ້ນຫຼາຍເລື່ອງທີ່ດັງກ້ອງກັງວານ.
ຮູບເງົາເລື່ອງ

ຜູ້ກຳກັບການສະແດງຝ້າມງອກເລີນ ພ້ອມກັບສິລະປີນປະຊາຊົນ ມິງເຈົາ ແລະ ບັນດານັກສະແດງ ຮວ່າງຮ່າ, ຊວນອານ

    ຮູບເງົາເລື່ອງ"ລີງລົມບໍ່ມີວັນນ້ຳຕາຕົກ" ຂອງຜູ້ກຳກັບການສະແດງຝ້າມງອກເລີນ ຫາກໍ່ໄດ້ຮັບລາງວັນຮູບເງົາດີເດັ່ນທຳອິດ (GWFF Best First Feature) ທີ່ງານມະຫາກຳຮູບເງົາ Berlin ຄັ້ງທີ 74 ທີ່ຈັດຂຶ້ນແຕ່ວັນທີ 15 – 25 ກຸມພາ.

    ຜູ້ກຳກັບການສະແດງຝ້າມງອກເລີນ ເປັນທີ່ຄຸ້ນເຄີຍໃນງານມະຫາກຳຮູບເງົາ Berlin, ດ້ວຍຮູບເງົາສັ້ນຫຼາຍເລື່ອງທີ່ດັງກ້ອງກັງວານ. ໃນປີ 2016, ຮູບເງົາຂອງລາວ "ເມືອງອື່ນ" ໄດ້ແຂ່ງຂັນໃນປະເພດຮູບເງົາ Berlinale Shorts ສໍາລັບຮູບເງົາສັ້ນ. 3 ປີຕໍ່ມາ, ຮູບເງົາທີ່ມີຊື່ວ່າ "ເຂດດິນດີ" ກໍໄດ້ຮັບການສະເໜີຮັບລາງວັນໃນ ປະເພດອັນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ