ຮູບເງົາເອກະສານ“ສະຫງວນໃຫ້ທ່ານດ່ຽວ“ໄດ້ຮັບ2ລາງວັນທີ່ງານປະກວດຮູບເງົາສັ້ນ2015

ຮູບເງົາເອກະສານ“ສະຫງວນໃຫ້ທ່ານດ່ຽວ“ໄດ້ຮັບ2ລາງວັນທີ່ງານປະກວດຮູບເງົາສັ້ນ2015 - ảnh 1
(ຮູບ​ເງົາ​ເອກະ​ສານ“ສະຫງວນ​ໃຫ້​ທ່ານ​ດ່ຽວ“​)

(vovworld) - ຮູບ​ເງົາ​ເອກະ​ສານ“ສະຫງວນ​ໃຫ້​ທ່ານ​ດ່ຽວ“​ໄດ້​ຮັບ​ 2 ລາງວັນທີ່​ງານ​ປະ​ກວດ​ຮູບ​ເງົາ​ສັ້ນຕຸ​ມດອກ​ບົວ​ຄຳ 2015, ​ເຊິ່ງຈັດ​ຕັ້ງ​ໃນ​ຕອນ​ຄຳ່​ວັນ​ທີ 2/8, ດ້ວຍ​ລາງວັນ​ຮູບ​ເງົາ​ເອກະສານ​ດີ​ເດັ່ນ​ທີ່​ສຸດ​​ໂດຍ​ຜູ້​ຊົມ​ຄັດ​ເລືອກ ​ແລະ ລາງວັນ​ຮູບ​ເງົາ​ເອກະສານ​ດີ​ເດັ່ນ​ທີ່​ສຸດ​ໂດຍ​ຄະນະ​ກວດ​ສອບ​ຄັດ​ເລືອກ. ສ່ວນລາງວັນຕຸ​ມດອກ​ບົວ​ຄຳ​ສຳລັບຮູບ​ເງົາ​ເອກະສານ​ດີ​ເດັ່ນ​ທີ່​ສຸດ​​ໂດຍຄະນະ​ກວດ​ສອບ​ຄັດ​ເລືອກ, ແມ່ນ​ມອບ​ໃຫ້ຮູບ​ເງົາ “​ແມ່ລູກ ຫ່າ”, ຂອງ​ຜູ້​ກຳກັບ​ການສະ​ແດງ ຟ້າ​ມ​ທູ​ເລ, ສ່ວນລາງວັນຕຸ​ມດອກ​ບົວ​ຄຳ​ສຳລັບຮູບ​ເງົາ​​ເລື່ອງ​​ດີ​ເດັ່ນ​ທີ່​ສຸດ​​ໂດຍຄະນະ​ກວດ​ສອບ ​ແລະ ຜູ້​ຊົມ​ຄັດ​ເລືອກ​ແມ່ນ​ສະຫງວນ​ໃຫ້​ຮູບ​ເງົາ “ມື້​ອື່ນ“ ຂອງ​ຜູ້​ກຳກັບ​ການສະ​ແດງ ຟ້າ​ມ​ເລ​ຢຸງ …

ລາງວັນຕຸ​ມດອກ​ບົວ​ຄຳ​ປີ 2015 ​ໂດຍ​ສູນ​ໜູນ​ຊ່ວຍ ​ແລະ ພັດທະນາ​ຮູບ​ເງົາ - ສະມາຄົມ​ຮູບ​ເງົາ​ຫວຽດນາມ, ບໍລິສັດ​ຫຸ້ນ​ສ່ວນ​ພັດທະນາ​ຮູບ​ເງົາ​ສົມທົບ​ກັນ​ຈັດ​ຕັ້ງ​ປະຈຳ​ປີ.

ຂ່າວ/ບົດ​ອື່ນ