ຮັບເອົາຄວາມເຫັນກ່ຽວກັບເນື້ອໃນດຳເນີນຄະດີແຮງງານ

ຮັບເອົາຄວາມເຫັນກ່ຽວກັບເນື້ອໃນດຳເນີນຄະດີແຮງງານ - ảnh 1
ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ​ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ
ຮັບເອົາຄວາມເຫັນກ່ຽວກັບເນື້ອໃນດຳເນີນຄະດີແຮງງານ
(ພາບ: laodong)

(vovworld) - ​ ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 7/10, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ​ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາຮັບ​ເອົາ​ຄວາມ​ເຫັນ​ກ່ຽວ​ກັບ​ເນື້ອ​ໃນ​ດຳ​ເນີນ​ຄະດີ​ແຮງ​ງານ​ໃນ​ຮ່າງ​ປະມວນ​ກົດໝາຍວ່າ​ດ້ວຍ​ການດຳ​ເນີນ​ຄະດີ​​ແພ່ງ (ສະບັບ​ປັບປຸງ). ບັນດາ​ຄວາມ​ເຫັນ​ປະກອບ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຖື​ວ່າ, ຮ່າງປະມວນ​ກົດໝາຍວ່າ​ດ້ວຍ​ການດຳ​ເນີນ​ຄະດີ​​ແພ່ງ ສະບັບ​ປັບປຸງຄວນ​ເພີ່ມ​ເຕີມ​ຂໍ້​ກຳນົດ​ຢ່າງ​ລະອຽດ​ ກ່ຽວ​ກັບເລື່ອງ​ສານ​ນຳ​ໃຊ້​ກົດ​ລະບຽບ​ພິພາກສາ​ຫຍໍ້ລົງສຳລັບ​ຄະດີ​ຂັດ​ແຍ້​ງ​ແຮງ​ງານ​ສ່ວນ​ຕົວ​ທີ່​ມີລັກສະ​ນະງ່າຍດາຍ, ຈະ​ແຈ້ງ; ​ເລື່ອງ​ປະຕິບັດ​ການ​ຫຼຸດ​ຄ່າ​ທຳນຽມ​ສານ​ໃຫ້​ແກ່​ກຳມະກອນ​. ​ໃນ​ການ​ປະຕິບັດ​ການ​ແກ້​ໄຂ​ການ​ຂັດ​ແຍ້​ງຕ່າງໆ, ກໍ່​ຄື​ຄ່າ​ທຳນຽມ​ສານ​ໃນ​ການ​ປະຕິບັດ​ກົດ​ລະບຽບ​ຖອນ​ລົງ. ພ້ອນກັນ​ນັ້ນ, ຕ້ອງ​ມີ​ພາກ​ສະ​ເພາະ​ກ່ຽວ​ກັບ​ການ​ດຳ​ເນີນ​ຄະດີ​ແຮງ​ງານ ​ເພື່ອ​ກ້າວ​ໄປ​ເຖິງ​ການ​ກໍ່ສ້າງ​ກົດໝາຍ​ສະ​ເພາະ, ​ເປັນ​ເອກະ​ລາດກ່ຽວ​ກັບ​ການ​ດຳ​ເນີ​ຄະດີ​ແຮງ​ງານ, ​ເພື່ອ​ຊ່ວຍ​ຜູ້​ອອກ​ແຮງ​ງານ​ກັບ​ຄືນ​ສູ່​ການ​ເຮັດ​ວຽກ​ຢ່າງ​ວ່ອງ​ໄວ, ຮັບປະກັນ​ສະຖຽນ​ລະ​ພາບ​ໃນ​ການ​ພົວພັນ​ແຮງ​ງານ, ຈຳກັດ​ການ​ຢຸດ​ງານ. ​ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້​ງກັນທີ່​ກ່ຽວຂ້ອງ​ເຖິງ​ການ​ອອກ​ແຮງ​ງານ​ເປັນ​ຢ່າງດີ.

ຂ່າວ/ບົດ​ອື່ນ