ຮັບເອົາຄຳເຫັນຂອງປະຊາຊົນກ່ຽວກັບຮ່າງປັບປຸງລັດຖະທຳມະນູນປີ 1992

ຮັບເອົາຄຳເຫັນຂອງປະຊາຊົນກ່ຽວກັບຮ່າງປັບປຸງລັດຖະທຳມະນູນປີ 1992  - ảnh 1
ລັດຖະທຳມະນູນປີ 1992

(vovworld) - ຕອນ​ບ່າຍ​ວັນ​ທີ 29/12, ຢູ່ ຮ່າ​ໂນ້ຍ, ກຳມາ​ທິການ​ປັບປຸງຮ່າງ​ລັດຖະທຳ​ມະນູນ​ປີ 1992 ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ຜັນ​ຂະຫຍາຍ​ປະຕິບັດ​ການ​ຮັບ​ເອົາຄຳ​ເຫັນ​ຂອງ​ປະຊາ​ຊົນ ກ່ຽວ​ກັບ​ປັບປຸງຮ່າງ​ລັດຖະທຳ​ມະນູນປີ 1992. ທ່ານ ຟານ​ຈູງ​ຫລີ໋, ກຳມະການ​ກຳມາ​ທິການ​ປັບປຸງຮ່າງ​ລັດຖະທຳ​ມະນູນ​ປີ 1992, ຫົວໜ້າ​ຄະນະ​ຮຽບຮຽງ​ປັບປຸງຮ່າງ​ລັດຖະທຳ​ມະນູນ​ປີ 1992, ​ໂຄສົກ​ຂອງ​ກຳມາ​ທິການ​ປັບປຸງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ໃຫ້​ຮູ້​ວ່າ: ​​ເປົ້າ​ໝາຍຮັບ​ເອົາຄຳ​ເຫັນ​ແມ່ນ​ປະຊາ​ຊົນທຸກ​ຊັ້ນ​ວັນນະ​ ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ, ບັນດາ​ອົງການ, ອົງການ​ຈັດ​ຕັ້ງ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ. ຈຸດໝາຍ​ຂອງ​ການຈັດ​ຕັ້ງ​ການ​ຮັບ​ເອົາຄຳ​ເຫັນ​ຂອງ​ປະຊາ​ຊົນ ​ແມ່ນ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ, ລະດົມ​ພູມ​ປັນຍາ, ຄວາມ​ສິດ​ຈິດ​ສຸດ​ໃຈ​ຂອງ​ປະຊາຊົນ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ, ສະ​ແດງ​​ເຈດ​ຈຳນົງ, ຄວາມ​ມຸ້ງຫວັງ​ຂອງ​ປະຊາຊົນ​ໃນ​ການ​ປັບປຸງ​ລັດຖະທຳ​ມະນູນ ປີ 1992. ​ເລື່ອງ​ຈັດ​ຕັ້ງ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ ​ໄດ້​ດຳ​ເນີນ​ຢ່າງ​ກ້ວາງ​​ແຂວງ, ປະຊາທິປະ​ໄຕ, ວິທະຍາສາດ, ​ເປີດ​ເຜິ​ຍ, ຮັບປະກັນ​ຄວາມ​ຄືບ​ໜ້າ, ມີ​ຄຸນ​ນະພາ​ບ ​ແລະ ​ແທດ​ຈິງ. ບັນດາ​ອົງ​ການ​ສື່ສານ ຍົກສູງ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຄສະນາ​ເຜີຍ​ແຜ່, ປຸກລະດົມ​ປະຊາຊົນ​ເຂົ້າ​ຮ່ວມ​ປະກອບ​ຄຳ​ເຫັນ ​ແລະ ສອງແສງ​ຄຳ​ເຫັນ​ຂອງ​ປະຊາ​ຊົນ. ​​ໄລຍະ​​ເວລາຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ກ່ຽວ​ກັບການປັບປຸງ​ລັດຖະທຳ​ມະນູນ​ປີ 1992 ​ເລີ່​ມ​ແຕ່​ວັນ​ທີ 2/1/2013 ​ແລະ ສິ້ນ​ສຸດ​ໃນ​ວັນ​ທີ 31/3/2013. ຮູບ​​​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ລວມມີ: ປະກອບ​ຄຳ​ເຫັນ​ໂດຍ​ກົງ ຫຼື ດ້ວຍ​ເອກະສານ ສົ່ງ​ມາບັນດາອົງການ, ອົງການ​ຈັດ​ຕັ້ງ, ປຶກສາ​ຫາລື​ຢູ່ທີ່​ບັນ​ດາກ​ອງປະຊຸມ, ການ​ເຈລະ​ຈາ, ຜ່ານ​ແວບ​ໄຊ​ເອ​ເລັກ​ໂຕ​ນິກຂອງ​ສະພາ​ແຫ່ງ​ຊາດ duthaoonline.quochoi.vn ​ແລະ ບັນ​ດາ​ພາຫະນະ​ສື່​ມວນ​ຊົນ.

        ຕາມ​ທ່ານ ຟານ​ຈູງ​ຫຼີ​໋ ​ແລ້ວ, ກຳມາ​ທິການ​ປັບປຸງລັດຖະທຳ​ມະນູນ​ຈະ​ຈັດ​ຕັ້ງ​ກ​ອງປະຊຸມ​ທົ່ວ​ປະ​ເທດ ກ່ຽວ​ກັບ​ການຜັນ​ຂະຫຍາຍ​ເລື່ອງ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ກ່ຽວ​ກັບ​ການ​ປັບປຸງລັດຖະທຳ​ມະນູນ. ກອງ​ປະ​ຊຸມ​ດັ່ງກ່າວ​ຈະ​ໄດ້​ຖ່າຍ​ທອດ​ສົດທາງ​ໂທລະພາບ ​ເພື່ອ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ການ​ປັບປຸງຮ່າ​ງລັດຖະທຳ​ມະນູນປີ 1992.

ຂ່າວ/ບົດ​ອື່ນ