ຮັບເອົາຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍ ເຂົ້າ - ອອກເມືອງ ແລະ ຢູ່ອາໄສໃຫ້ ຊາວຕ່າງປະເທດ ຢູ່ຫວຽດນາມ

ຮັບເອົາຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍ ເຂົ້າ - ອອກເມືອງ ແລະ ຢູ່ອາໄສໃຫ້ ຊາວຕ່າງປະເທດ ຢູ່ຫວຽດນາມ - ảnh 1
ພາບປະກອບ
ຮັບເອົາຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍ ເຂົ້າ - ອອກເມືອງ ແລະ ຢູ່ອາໄສໃຫ້ ຊາວຕ່າງປະເທດ ຢູ່ຫວຽດນາມ - ảnh 2ຮັບເອົາຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍ ເຂົ້າ - ອອກເມືອງ ແລະ ຢູ່ອາໄສໃຫ້ ຊາວຕ່າງປະເທດ ຢູ່ຫວຽດນາມ - ảnh 3

(vovworld) – ຕອນ​ເຊົ້າ​ວັນ​ທີ 20/2, ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າ - ອອກ​ເມືອງ​ ແລະ ຢູ່ອາ​ໄສ​​ຂອງ​ຊາວ​ຕ່າງປະ​ເທ​ດຢູ່​ຫວຽດນາມ.

    ​ເມື່ອ​ປະກອບ​ຄຳ​ເຫັນ​ໃສ່ຮ່າງ​ກົດໝາຍ, ບັນດາ​ຜູ້​ແທນ​ຕີ​ລາຄາວ່າ: ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ຢ່າງ​ເລີກ​ເຊິ່ງກັບ ​ໂລກ ​ແລະ ປັບປຸງລະບົບ​ກົດໝາຍ​ຂອງ ຫວຽດນາມ ​ໃຫ້​ສົມບູນ​ແບບນັ້ນ, ​ເລື່ອງ​ສ້າງຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າ - ອອກ​ເມືອງ, ຢູ່ອາ​ໄສ​​ຂອງ​ຊາວ​ຕ່າງປະ​ເທດ ຢູ່ ຫວຽດນາມ​​ເພື່ອ​ຍືນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ ປະກາດໃຊ້ນັ້ນແມ່ນ​ຈຳ​ເປັນ​ທີ່​ສຸດ. ​ເຖິງ​ຢ່າງ​​ໃດ​ກໍ່ຕາມ, ຄຽງ​ຄູ່​ກັບ​ເລື່ອງ​ປັບປຸງ​ກົດໝາຍ​ທີ່​ມີ​ລັກສະນະ​ເຊື່ອມ​ໂຍງ ຮັບປະກັນ​ລະບຽບ​ການ​ບໍລິ​ຫານ​ຢ່າງ​ງ່າຍດາຍ, ກໍ່​​ຫຼີກ​ລ້ຽງບໍ່ໃຫ້ມີຊ່ອງ​ຫວ່າງ​ເພື່ອ​ໃຫ້ອາດ​ຊະ​ຍາ​ກຳ​ສວຍ​ໃຊ້​ລະ​​ເມີດ​ຄວາ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ​ເສດຖະກິດ​ແຫ່ງ​ຊາດ.

    ບັນດາ​ບັນຫາ​ກ່ຽວ​ກັບ​ລະບຽບ​ການອອກ​ວີ​ຊາ, ສິດ​ໂຈະ​ການ​ອອກ​ເມືອງ, ບໍ່​ທັນ​ໃຫ້​ເຂົ້າ​ເມືອງ, ​ແຈ້ງ​ການ​ຢູ່​ອາ​ໄສ​ຊົ່ວຄາວ, ອາ​ໄສ​ຊົ່ວຄາວ​ຢູ່​ເຂດ​ອຸດສາຫະກຳ, ​ເຂດ​ຜະລິດ​ປຸງ​ແຕ່ງ, ​ເຂດ​ເສດຖະກິດ, ​ເຂດ​ເສດຖະກິດ​ດ່ານ​ຊາຍ​ແດນ, ຫົວໜ່ວຍ​ບໍລິຫານ​ເສດຖະກິດ​ພິ​ເສດ ​ແລະ ​ເຂດ​ຊາຍ​ແດ​ນ.​.​​. ກໍ່​​ໄດ້ຮັບ​ຄຳ​ເຫັນ​ຈາກ​ຜູ້​ແທນ​ຫຼາຍ​ທ່ານ​.

 


ຂ່າວ/ບົດ​ອື່ນ