ຮັບເອົາຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ)

ຮັບເອົາຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ) - ảnh 1
(​ກອງ​ປະຊຸມ​ສຳ​ມະ​ນາ​ຮັບ​ເອົາ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ
​ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ (ສະບັບ​ປັບປຸງ)


(vovworld) - ຮັບ​ເອົາ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ (ສະບັບ​ປັບປຸງ) ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ ສົມທົບ​ກັນ​ຈັດ​ຕັ້ງ​ໃນ​ວັນ​ທີ 10/06, ຢູ່​ຮ່າ​ໂນ້ຍ. ພາຍຫຼັງ​ນຳ​ເຂົ້າ​​ໃຊ້ການເປັນ​ເວລາ 7 ປີ, ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ປີ 2005 ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ, ຈຳກັດ​ບັນດາ​ຜົນ​ກະທົບ​ທີ່​ຫຍໍ້​ທໍ​​ເຖິງ​ສ່ິງ​ແວດ​ລ້ອມ. ​ແຕ່​ວ່າ, ຕໍ່​ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໄລຍະ​​ປ່ຽນ​ແປງ​ໃໝ່, ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ປີ 2005 ​ມີ​ຫຼາຍຂໍ້ຍັງ​ຄົງຂ້າງ, ບໍ່​ທັນ​ເໝາະ​ສົ​ມກັບ​ສະພາບ​ຕົ​ວ​ຈິ່ງ, ພາ​ໄປ​ເຖິງ​ຜົນ​ສັກສິດ, ປະສິດທິ​ຜົນ​​ແຫ່ງ​ການ​ປະຕິບັດ​ບໍ່ທັນສູງ.         ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ເປັນ​ເຈົ້າ​ການ​ສ້າງ​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ (ສະບັບ​ປັບປຸງ). ຮ່າງ​ກົດໝາຍ​ວ່າ​ກ້ວຍ​ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ (ສະບັບ​ປັບປຸງ) ມີ​ຫຼາຍ​ຈຸດ​ໃໝ່​ຄື: ປົກ​ປັກ​ຮັກສາຊັບພະຍາກອນ​ທີ່ດິນ, ​ແຜນການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຂໍ້​ມູນ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ບົດ​ລາຍ​ງານກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ​ເພີ່ມ​ເຕີ່​ມການ​ຕິດ​ພັນ​ລະຫວ່າງ​ການ​ປົກ​ປັກ​ຮັກສາ​ສິ່ງ​ແລດ​ລ້ອມ​ກັບ​ການ​ຮັບ​ມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື, ປະກອບ​ຫຼາຍບັນຫາ​ສຳຄັນ​ໃນ​ຮ່າງ​ກົດໝາຍວ່າ​ດ້ວຍ​ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ (ສະບັບ​ປັບປຸງ), ພິ​ເສດ​ແມ່ນຄວາມ​ຮັບຜິດຊອບ, ສິດ​ອຳນາດ​ໃນ​ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຢູ່​ຂັ້ນ​ທ້ອງຖິ່ນ, ບົດບາດ​ຂອງ​ພະ​ແນກຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ.

ຂ່າວ/ບົດ​ອື່ນ