ຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກນ້ຳຖ້ວມ

(VOVWORLD) -ສະພາບຝົນຕົກໜັກໃນຊຸມມື້ຜ່ານມາ ໄດ້ເຮັດໃຫ້ຫຼາຍທ້ອງຖິ່ນຖືກເສຍຫາຍຢ່າງໜັກໜ່ວງ ແລະ ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຍ້ອນຝົນຕົກ, ນ້ຳຖ້ວມກໍ່ຂຶ້ນຢູ່ບັນດາທ້ອງຖິ່ນເຫຼົ່ານີ້ພວມໄດ້ຮັບການປະຕິບັດຢ່າງຮີບເຮັ່ງ.
ຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກນ້ຳຖ້ວມ - ảnh 1 (ຢູ່ແຂວງເຊີນລາ, ມີເຮືອນຢູ່ກວ່າ 1.500 ຫຼັງຖືກຜົນສະທ້ອນ)

ຢູ່ແຂວງເຊີນລາ, ມີເຮືອນຢູ່ກວ່າ 1.500 ຫຼັງຖືກຜົນສະທ້ອນ, ເນື້ອທີ່ປູກ, ພືດຜັກ, ຕົ້ນໄມ້ກິນໝາກ, ໜອງລ້ຽງປາ ຖືກນ້ຳຖ້ວມ ແລະ ພັດໄຫຼໄປແມ່ນ 960 ເຮັກຕາ; 45 ກິດຈະກຳຊົນລະປະທານຖືກເປເພ… ຢູ່ແຂວງອຽນບາຍ, ໄລ່ຮອດຈຸດເວລານີ້, ສະພາບຝົນຕົກ, ນ້ຳຖ້ວມໄດ້ເຮັດໃຫ້ 1 ຄົນເສຍຊີວິດ; ເຮືອນຢູ່ 186 ຫຼັງຖືກເປ່ເພ, ເນື້ອທີ່ປູກເຂົ້ານາທາມເກືອບ 600 ເຮັກຕາ ແລະ ເສັ້ນທາງຫຼາຍສາຍຖືກນ້ຳຖ້ວມ, ກິດຈະກຳຊົນລະປະທານຖືກເຊາະເຈື່ອນ, ເປ່ເພ… ຄາດວ່າ, ເສຍຫາຍແມ່ນ 22 ຕື້ດົ່ງ. ສ່ວນຢູ່ແຂວງດ້ຽນບຽນ, ຝົນຕົກໜັກໄດ້ເຮັດໃຫ້ເຮືອນຢູ່ 50 ຫຼັງຖືກເປເພ, ສິ່ງທີ່ໜ້າສົນໃຈແມ່ນບັນດາເສັ້ນທາງຫຼວງຖືກຂີດຂວາງຍ້ອນເກີດດິນເຊາະເຈື່ອນ. ຄາດຄະເນຄວາມເສຍຫາຍໃນເບື້ອງຕົ້ນແມ່ນຂຶ້ນເຖິງ 35 ຕື້ດົ່ງ. ທ່ານ ບຸນມິງຫາຍ, ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງດ້ຽນບຽນ, ໃຫ້ຮູ້ວ່າ.

        “ສຳລັບບັນດາອ່າງເກັບນ້ຳໃນປະຈຸບັນ, ມີ 3 ອ່າງນ້ຳດ້ຂຶ້ນກາຍລະດັບຄວາມປອດໄພກວ່າ 50 cm ແລ້ວ, ສ່ວນບັນດາອ່າງເກັບນ້ຳອື່ນແມ່ນຍັງຢູ່ໃນລະດັບປອດໄພ. ໃນໄລຍະຖືກເສຍຫາຍຜ່ານມາ, ປະຈຸບັນພວກຂ້າພະເຈົ້າພວມຊີ້ນຳບັນດາເມືອງ, ພິເສດແມ່ນບັນດາຕາແສງສຸມໃສ່ແກ້ໄຂຢູ່ກັບທີ, ລະດົມບັນດາກຳລັງໜູນຊ່ວຍພໍ່ແມ່ປະຊາຊົນໃນການແກ້ໄຂຜົນຮ້າຍຢ້ອນຫຼັງ, ຮັບປະກັນຄວາມປອດໄພທາງຄົມມະນາຄົມ, ຮັບປະກັນໂຮງຮຽນໃຫ້ບັນດານັກຮຽນໃນມື້ໄຂສົກຮຽນໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ