ຮູບແບບປະຕິຮູບຂອງຫວຽດນາມ ດຶງດູດບັນດານັກວິທະຍາສາດລັດເຊຍ

ຮູບແບບປະຕິຮູບຂອງຫວຽດນາມ ດຶງດູດບັນດານັກວິທະຍາສາດລັດເຊຍ - ảnh 1
( ພາບປະກອບຈາກອີນເຕີແນດ )

( vovworld ) -   ວັນ​ທີ 17/5, ສູນ​ຄົ້ນຄວ້າ​ຫວຽດນາມ ​ແລະ ອາ​ຊຽນສະ​ຖາ​ບັນຕາ​ເວັນ​ອອກ​​​ໄກ ສັງກັດ​ສະພາ​ມະຫາບັນດິດວິທະຍາສາດ​ລັດ​ເຊຍ ​ໄດ້​ຈັດຕັ້ງການ​ສຳ​ມະ​ນາ “ ບັນ​ດາ​ບັນຫາ​ຮີບ​ດ່ວນຂອງ​ຂະ​ແໜງ​ຫວຽດນາມ ​ວິທະຍາ ” ກັບ​ບັນ​ດາ​ບັນຫາທີ່​ກ່ຽວຂ້ອງ​ເຖິງ​ການ​ພົວພັນ​ລະຫວ່າງລັດ​ເຊຍ ​ແລະ ຫວຽ​ດນາມ. ຕີ​ລາຄາ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ສຳ​ມະ​ນາ, ຜູ້​ຮັກສາ​ການອຳນວຍ​ການສະ​ຖາ​ບັນຕາ​ເວັນ​ອອກ​​​​ໄກສາດສະດາຈານ,​ ປະລິຍາ​ເອກຂະ​ແໜງ​ປະຫວັດສາດ​ວິທະຍາ Luziahin ​ໃຫ້​ຮູ້​ວ່າ.

   “ ການ​ສຳ​ມະ​ນາ​ໄດ້​ຈັດ​ຂຶ້ນປະຈຳ​ປີ ກົງກັບ​​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​​ໂຮ່ຈິ​ມິນ​ ແມ່ນ​ການ​ເຄື່ອນ​ໄຫວ​ທີ່​​ໄດ້​ຮັບ​ຄວາມ​ໝາຍ​ສຳຄັນທີ່​ສຸດ. ແຕ່ລະ​ປີ, ການ​ສຳ​ມະ​ນາ​ໄດ້​ສະ​ສົມ ​ແລະ ຮັບ​ເອົາ​ບັນດາ​ສິ່ງ​ທີ່ມີ​ຄວາມ​ສົນ​ໃຈ. ​ຮູບ​​ແບບ​ປະຕິ​ຮູບ​ຂອງ​ຫວຽດນາມ ປະຈຸ​ບັນ​ພວມ​ດຶງ​ດູດ​ຄວາມ​ສົນໃຈ​ຈາກບັນດາ​ນັກວິທະຍາສາດ​ລັດ​ເຊຍ ​ແລະ ​ໂລກ. ຂ້າພະ​ເຈົ້າ​ຄິດ​ວ່າ, ນອກຈາກ​ການ​ໄຈ້​ແຍກ​ວິທະຍາສາດແລ້ວ ການ​ສຳ​ມະ​ນາ​ຂອງ​ພວກ​ເຮົາຈະ​ມີບັນດາ​ຂໍ້​ສະ​ເໜີອັນຈຳ​ເປັນຕໍ່​ບັນດາ​ອົງການ​ທີ່​ມີໜ້າ​ທີ່ ​​ເພື່ອມີ​ນະ​​ໂຍບາຍ​ຕ່າງໆ​ ​ແນ​ໃສ່ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ​ລັດ​ເຊຍ - ​ຫວຽ​ດນາມ​ກວ່າ​ອີກ.”

ຂ່າວ/ບົດ​ອື່ນ