ຮູບແບບລົງທຶນຮ່ວມມືພາກລັດ ແລະ ເອກະຊົນຢູ່ຫວຽດນາມ ແມ່ນທິດທາງທີ່ຖືກຕ້ອງ

ຮູບແບບລົງທຶນຮ່ວມມືພາກລັດ ແລະ ເອກະຊົນຢູ່ຫວຽດນາມ ແມ່ນທິດທາງທີ່ຖືກຕ້ອງ - ảnh 1
(ພາບປະກອບ)

(vovworld) - ມີ​ວິ​ສາ​ຫະກິດ​ ​ແລະ ບັນດາ​ທະນາຄານ​ໃຫຍ່​ຂອງ​ອາ​ເມ​ລິ​ກາ ນັບ 10 ​ແຫ່ງ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສການລົງທຶນ​ເຂົ້າ​ຫວຽ​ດນາມ ​ເຊິ່ງຫາ​ກໍ​ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ ວໍ​ຊິງ​ເຕັນ ດີ​ຊີ. ​ເວທີ​ປາ​ໄສ​ເພື່ອ​ແນ​ໃສ່​ຊອກ​ຫາ​ໂອກາດ​ເຂົ້າ​ຮ່ວມ​ຮູບ​ແບບລົງ​ທຶນ​ຮ່ວມ​ມື​​ພາກ​ລັດ ​ແລະ ​ເອກະ​ຊົນ ​ຖືກ​ກຳນົດ​ວ່າ ແມ່ນ​ທິດທາງ​ຖືກຕ້ອງ​ຂອງ​ຫວຽດນາມ ​ເພື່ອ​ດຶງ​ດູດ​ບັນດາ​ແຫຼ່ງກຳລັງ​ເອກະ​ຊົນ​ຈາກ​ພາຍ​ນອກ ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານ​ໂຄງ​ລ່າງ. ​ໃນ​ການ​ປຶກສາ​ຫາລື​ໂດຍ​ກົງ​ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ບຸ​ຍກວາງ​ວິ​ງ, ບັນດາ​ນັກ​ລົງທຶນ​ອາ​ເມ​ລິ​ກາ ຖື​ວ່າ ຮູບ​ແບບລົງ​ທຶນ​ຮ່ວມ​ມື​ພາກ​ລັດ ​ແລະ ​ເອກະ​ຊົນຢູ່​ຫວຽດນາມ ​ແມ່ນ​ທິດ​ທາງ​ທີ່ຖືກ​ຕ້ອງ ​ແລະ ຕີ​ລາຄາ​ສູງ​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ການ​ກະທຳ​ຂອງ​ລັດຖະບານຫວຽດນາມ. ທ່ານ​ລັດຖະມົນຕີ ບຸ​ຍກວາງ​ວິງ ຢືນຢັນ​ວ່າ, ຫວຽດນາມ ພວມ ​ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນຢ່າງ​ປອດ​ໄປ ​ແລະ ມີ​ຄວາມດຶງ​ດູດ​.
ຂ່າວ/ບົດ​ອື່ນ