ຮ​ວິ່ງ​ຮ່າ​ຫືວ​ຫຽວ ເປັນ​ແຊັມ​ມວຍ​ໂລກ ເທື່ອ​ທີ 3

(VOVWORLD) - ນັກມວຍ ຮວິ່ງຮ່າຫືວຫຽວ ໄດ້ເອົາຊະນະຕໍ່ນັກມວຍຊາວ ລັດເຊຍ Sofia Isstratova ໃນການແຂ່ງຂັນຮອບສຸດທ້າຍ ດ້ວຍລາຍການແຂ່ງຂັນຍິງມີນ້ຳໜັກ ຕ່ຳກວ່າ 45 ກິໂລກຣາມ.
ຮ​ວິ່ງ​ຮ່າ​ຫືວ​ຫຽວ ເປັນ​ແຊັມ​ມວຍ​ໂລກ ເທື່ອ​ທີ 3 - ảnh 1 ນັກມວຍ ຮວິ່ງຮ່າຫືວຫຽວ ເອົາຊະນະຕໍ່ນັກມວຍຊາວ ລັດເຊຍ  (ພາບ: dangcongsan.vn)

ວັນທີ 9 ມິຖຸນາ, ໃນການແຂ່ງຂັນມວຍໂລກ ທີ່ໄດ້ດຳເນີນຢູ່ ເກຼັກ, ນັກມວຍ ຮວິ່ງຮ່າຫືວຫຽວ ໄດ້ເອົາຊະນະຕໍ່ນັກມວຍຊາວ ລັດເຊຍ Sofia Isstratova ໃນການແຂ່ງຂັນຮອບສຸດທ້າຍ ດ້ວຍລາຍການແຂ່ງຂັນຍິງມີນ້ຳໜັກ ຕ່ຳກວ່າ 45 ກິໂລກຣາມ.

        ເປັນອັນວ່າ, ຮວິ່ງຮ່າຫືວຫຽວ ຄວ້າໄດ້ຫຼຽນຄຳມວຍໂລກ ເປັນຄັ້ງທີ 3 ແລ້ວ, ກ່ອນໜ້ານັ້ນແມ່ນການແຂ່ງຂັນປີ 2019, 2021.

        ໃນລາຍການແຂ່ງຂັນ ເພດຊາຍດ້ວຍນ້ຳໜັກ 63,5 ກິໂລກຣາມ, ນັກມວຍ ຫງວຽນຢວານລອງ ຄວ້າໄດ້ຫຼຽນເງິນ. ລາງວັນຊີງແຊັມມວຍໂລກ ປີ 2024 ໄດ້ດຳເນີນແຕ່ວັນທີ 31 ພຶດສະພາ ຫາວັນທີ 10 ມິຖຸນາ, ທິມຊາດ ຫວຽດນາມ ມີນັກມວຍ 22 ຄົນເຂົ້າຮ່ວມ.

      


ຕອບກັບ

ຂ່າວ/ບົດ​ອື່ນ