ຮ່ວມມືACMECSສ້າງໂອກາດພັດທະນາໃໝ່ໃຫ້ແກ່ວິສາຫະກິດ

ຮ່ວມມືACMECSສ້າງໂອກາດພັດທະນາໃໝ່ໃຫ້ແກ່ວິສາຫະກິດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
(ພາບ: Đức Tám – TTXVN)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 23/6, ຢູ່​ສູນກອງ​ປະ​ຊຸມ​ສາ​ກົນ ມຽນ​ມາ ທີ່ນະ​ຄອນຫຼວງ Nay Pyi Taw, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ມຽ​ນ​ມາ Thein Sein, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hunsen, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ສິງ​ ທຳ​ມະ​ວົງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາກັບ​ຜູ້​ຕາງ​ໜ້າ​ເຂດ​ວິ​ສາ​ຫະ​ກິດ ACMECS. ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ACMECS ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ຍ້ອນກອງ​ປະ​ຊຸມ​ສຸດຍອດ ACMECS ຄັ້ງ​ນີ້​ໄດ້​ຮັບ​ຮອງ​ເອົາ​ແຜນ​ການ​ເຄື່ອນ​ໄຫວໄລ​ຍະ 2016 – 2018 ດ້ວຍ 8 ຂົງ​ເຂດ​ຮ່ວມ​ມື​ບຸ​ລິ​ມະ​ສິດ, ພ້ອມ​ທັງ​ສະ​ເໜີ​ບັນ​ດາ​ການ​ນຳ ACMECS ສຸມ​ໃສ່​ເຂົ້າ​ໃນ 6 ຂົງ​ເຂດ​ຮ່ວມ​ມື​ຈຸດ​ສຸມ, ໃນ​ນັ້ນ​ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ຊຸກ​ຍູ້​ການ​ຄ້າ ແລະ ການ​ລົງ​ທຶນ, ຍູ້​ແຮງ​ການ​ຮ່ວມ​ມື​​ດ້ານກະ​ສິ​ກຳ… ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ບັນ​ດາ​ການ​ນຳ ACMECS ຕີ​ລາ​ຄາ​ສູງ ແລະ ຮັບ​ຮູ້​ບັນ​ດາ​ຂໍ້​ສະ​ເໜີ​​ທີ່ມີ​ຜົ​ນ​ປະ​ໂຫຍດ​ຂອງ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ACMECS. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີ​ນ​ຢູ້ງ ໄດ້​ໄຈ້​ແຍກ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ 5 ປະ​ເທດ​ສະ​ມາ​ຊິກ ACMECS ຢ່າງ​ລະ​ອຽດ ເພື່ອ​ຍົກ​ສູງ​ບົດ​ບາດ ແລະ ທີ່​ຕັ້ງ​ໃນ​ການ​ຜະ​ລິດ ແລະ ສະ​ໜອງ​ທົ່​ວ​ໂລ​ກ, ພິ​ເສດ​ແມ່ນ​ໃນ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ ອາ​ຊີ​ຕາ​ເວັນ​ອອ​ກ​ສ່ຽງ​ໃຕ​້ ແລະ ບັນ​ດາ​ຕະຫຼາດ​ກ້​ວາງ​ໃຫຍ່​ກ່​ວາ​ຄື: ຈີນ ແລະ ອິນ​ເດຍ, ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື ACMECS:

        “ການ​ຮ່ວມ​ມື ACMECS ບໍ່​ພຽງ​ແຕ່​ຕິດ​ພັນ​​ນ້ຳ​ໃຈມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ເທົ່າ​ນັ້ນ, ຫາກ​ຍັງ​​ສ້າງ​ໂອ​ກາດ​ພັດ​ທະ​ນາ​ໃໝ່​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ ແລະ ນອກ​ພາກ​ພື້ນ​ອີກ​ດ້ວຍ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ພວກ​ທ່ານ​ຈະ​ບໍ່​​ພາດ​ກາລະ​​ໂອ​ກາດ​ອັນ​ດ​ີ​ງາມນີ້​ເພື່​ອ​ບັນ​ລຸ​ຜົນ​ສຳ​ເລັດ. ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຈະ​ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຢ່າງຕັ້ງ​ໜ້າ​ດ້ວຍ​ການ​ກະ​ທຳ​ລະອຽດ​ຈາກ​ພວກ​ທ່ານ, ຍ້ອນ​ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ ການ​ພັດ​ທະ​ນາ​ຢ່າງ​ແຮງ ແລະ ຍືນ​ຍົງ​ຂອງ 5 ປະ​ເທດ​ພວກ​ເຮົາ.”


ຂ່າວ/ບົດ​ອື່ນ