ຮ່ວມມືກ່ຽວກັບດ້ານສາສະໜາຊ່ວຍຮັດແໜ້ນການພົວພັນ ຫວຽດນາມ - ລາວ ກ່ວາອີກ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 05 – 09 ເມສາ, ຕອນບ່າບວັນທີ 05 ເມສາ, ທີ່ສຳນັກງານສູນກາງແນວລາວສ້າງຊາດທີ່ນະຄອນຫລວງວຽງຈັນ,
ຮ່ວມມືກ່ຽວກັບດ້ານສາສະໜາຊ່ວຍຮັດແໜ້ນການພົວພັນ ຫວຽດນາມ - ລາວ ກ່ວາອີກ - ảnh 1 2 ຝ່າຍໄດ້ລົງນາມໃນບົດບັນທຶກຜັນຂະຫຍາຍຂໍ້ຕົກລົງການຮ່ວມມືໃນໄລຍະ 2018 – 2020

ຄະນະຜູ້ແທນສາສະໜາລັດຖະບານ ຫວຽດນາມ ໂດຍທ່ານ ຫວູຈຽນຖັ໋ງ ຫົວໜ້າຄະນະສາສະໜາລັດຖະບານເປັນຫົວໜ້າຄະນະ ໄດ້ມີການເຈລະຈາກັບຄະນະຜູ້ແທນສູນກາງແນວລາວສ້າງຊາດໂດຍທ່ານຮອງປະທານສູນກາງແນວລາວສ້າງຊາດ ຈັນທະວົງ ແສນອາມາດມົນຕີ ເປັນຫົວໜ້າຄະນະ.

        ທີ່ການເຈລະຈາ, ທ່ານຫວູຈຽນຖັ້ງ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນປະເທດມີຫລາຍສາສະໜາ, ລັດ ຫວຽດນາມ ຍາມໃດກໍ່ເຄົາລົບ ແລະ ປະຕິບັດນະໂຍບາຍສະເໝີຕົ້ນສະເໝີປາຍ ເພື່ອຮັບປະກັນສິດເສລີໃນການເຫຼື້ອມໃສ, ສາສະໜາ, ສິດຖື ຫຼື ບໍ່ຖືສາສະໜາ ຂອງປະຊາຊົນທຸກຄົນ, ປະຕິບັດສິດສະເໝີພາບ ແລະ ຄວາມສາມັກຄີບັນດາສາສະໜາ; ຍາມໃດກໍ່ສ້າງທຸກເງື່ອນໄຂສະດວກໃຫ້ບັນດາການເຄື່ອນໄຫວສາສະໜາ ເພື່ອໃຫ້ບັນດາສາສະໜາໄດ້ດຳລົງຊີວິດດ້ວຍຄວາມປອງດອງ, ສາມັກຄີກັນ.

        ໃນຂະນະນັ້ນ, ທ່ານຮອງປະທານສູນກາງແນວລາວສ້າງຊາດ ຈັນທະວົງ ແສນອາມາດມົນຕີ ຕີລາຄາສູງບັນດາຜົນງານທີ່ບັນລຸໄດ້ໃນການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ ແລະ ຄະນະສາສະໜາລັດຖະບານ ຫວຽດນາມ ໃນໄລຍະຜ່ານມາ. ສິ້ນສຸດການເຈລະຈາ, 2 ຝ່າຍໄດ້ລົງນາມໃນບົດບັນທຶກຜັນຂະຫຍາຍຂໍ້ຕົກລົງການຮ່ວມມືໃນໄລຍະ 2018 – 2020.

ຕອບກັບ

ຂ່າວ/ບົດ​ອື່ນ