ຮ່ວມມືກູ້ໄພທຳມະຊາດ ໃນຂອບເຂດ ARF

ຮ່ວມມືກູ້ໄພທຳມະຊາດ ໃນຂອບເຂດ ARF - ảnh 1
(ພາບປະກອບ)

(vovworld) - ​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບວຽກ​ງານ​ກູ້​ໄພ, ກ່າວ​ເຕື່ອນ, ຕີ​ລາຄາ​ຄວາມ​ສ່ຽງ ​ແລະ ກໍ່ສ້າງ​ຄືນ​ໃໝ່​ພາຍຫຼັງ​ໄພ​ທຳ​ມະ​ຊາດ​, ​​ເປັນການ​ເຄື່ອນ​ໄຫວໃນຂອບ​ເຂດ​ເວທີ​ປາ​ໄສ​ອາ​ຊຽນ (ARF), ​ເຊິ່ງດຳ​ເນີນ​​​​ໃນ​ວັນ​ທີ 28/02, ຢູ່ ​ເຈິ​ງຕູ, ແຂວງ ຊື​ຈວນ, ປະ​ເທດ​ຈີນ. ກອງ​ປະຊຸມ​ປຶກສາ​ຫາລື​ດຳ​ເນີນ​ໄປ​ເປັນ​ເວລາ 2 ວັນ, ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນປະທານ 100 ຄົນ​ທີ່​ມາ​ຈາກ 27 ປະ​ເທດ​ສະມາຊິກ ARF ​ແລະ ບາງ​ອົງການ​ຈັດ​ຕັ້ງ​ສາກົນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງສະຫວັດດີ​ການ​ສັງຄົມຈີນ ​ແຈງ​ລີ ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ແບ່ງປັນ​ບົດຮຽນ, ພ້ອມ​ທັງ​ພິ​ຈາລະ​ນາ​ບາງ​ໂຄງ​ປະກອບ​ພາກ​ພື້ນ​ກ່ຽວ​ກັບ​ການ​ກູ້​ໄພ​ທຳ​ມະ​ຊາດ ກໍ່​ຄື​ດຳ​ເນີນ​ການ​ຝຶກ​ຊ້ອມ​ຮ່ວມ​ໃນ​ປີ 2015. ​ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ກໍ່​ໃຫ້​ຮູ້​ວ່າ ລັດຖະບານ​ຈີນ​ໄດ້​ນຳບັນຫາກູ້​ໄພ​ທຳ​ມາ​ຊາດ, ​​ໄພ​ພິບັດເຂົ້າບັນດາແຜນການພັດທະນາເສດຖະ ກິດ, ສັງຄົມ ​ແລະ ໃຫ້ຄຳໝັ້ນສັນຍາປົກປັກຮັກສາຊີວະພາບ, ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ໃນ​ວິວັດ​ການ​ພັດທະນາ​ເສດຖະກິດ.

ຂ່າວ/ບົດ​ອື່ນ