ຮ່ວມມືຕໍ່ສູ້ປ້ອງກັນ,ຕ້ານຢາເສບຕິດແລະອາດຊະຍາກຳຂ້າມຊາຍແດນ

ຮ່ວມມືຕໍ່ສູ້ປ້ອງກັນ,ຕ້ານຢາເສບຕິດແລະອາດຊະຍາກຳຂ້າມຊາຍແດນ - ảnh 1
ພາບປະກອບ

(vovworld) - ວັນ​ທີ 29/10, ທະຫານ​ປ້ອງກັນຊາ​ຍ​ແດນ​ແຂວງ ​ເຊີນ​ລາ (ຂອງ ຫວຽດນາມ) ​ແລະ ຕຳຫຼວດ​ແຂວງ ຫົວພັນ (ລາວ) ​ໄດ້​ຈັດ​ຕັ້ງ​ພິທີ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ຮ່ວມ​ມື​ຕໍ່​ສູ່​ປ​້ອງກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຢາ​ເສບ​ຕິດ ​ແລະ ອາດ​ຊະ​ຍາ​ກຳ​ຂ້າມຊາຍ​ແດນ​ລະ​ຫວ່າງ 2 ປະ​ເທດ. ຕໍ່ໜ້າ​ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ອາ​ດຊະ​ຍາ​ກຳ​ປະ​ເພດ​ຕ່າງໆ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ 2 ປະ​ເທດ ຜັນ​ແປ​ການ​​ໄປ​ຢ່າງ​ສັບສົນນັ້ນ, ​ເດືອນ 7/2008, ທະ​ຫານ​ປ້ອງ​ກັນຊາ​ຍ​ແດນ​ແຂວງ ​ເຊີນ​ລາ ​ແລະ ຕຳຫຼວດ​ແຂວງ​ຫົວພັນ ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ຄັ້ງ​ທີ 1 ກ່ຽວ​ກັບ​ການ​ເພີ່ມ​ທະວີ​ວຽກ​ງານ​ສົມທົບ​ກັນ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ ​ແລະ ​ອາດ​ຊະ​ຍາ​ກຳ​ຂ້າມຊາຍ​ແດນ. ນີ້​ແມ່ນ​ພື້ນ​ຖານ​ິຕິ​ກຳ, ​ແມ່ນ​ປະຖົມ​ປັດ​​ໄຈ​ສຳຄັນ​ໃຫ້​ແກ່​ບັນດາ​ບາດກ້າວ​ລະອຽດ​ຂອງ​ກຳລັງ​ປ້ອງ​ກັນຊາ​ຍ​ແດນ, ຕຳຫຼວດ 2 ປະ​ເທດ​​ໃນ​ການຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ. ​ແຕ່​ປີ 2008 ມາ​ຮອດ​ປະຈຸ​ບັນ, ທະຫານ​ປ້ອງ​ກັນຊາ​ຍ​ແດນ​ແຂວງ ​ເຊິ​ນລາ ​ແລະ ຕຳຫຼວດ​ແຂວງ ຫົວພັນ ​ໄດ້​ປະຕິບັດ​ການ​ແລກປ່ຽນ​ວຽກ​ງານ, ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ເປັນ​ປະຈຳ, ສົມທົບ​ບັນດາ​ການ​ເຄື່ອນ​ໄຫວ​ລາດ​ຕະ​ເວນ, ​ຈັບ​ຕົວ​​ອາດ​ຊະ​ຍາ​ກຳນັບ​ຮ້ອຍ​ຄົນພ້ອມ​ກັບ​ຂອງ​ກາງ..​.

ຂ່າວ/ບົດ​ອື່ນ