ຮ່ວມມືພັດທະນາການທ່ອງທ່ຽວລະຫວ່າງ ຮ່າໂນ້ຍ ແລະ ໂດຮາ (ປະເທດ ກາຕາ)

(VOVWORLD) - ທີ່ການເຮັດວຽກກັບບໍລິສັດການບິນ Qatar Airway ກ່ຽວກັບການຮ່ວມມືພັດທະນາການທ່ອງທ່ຽວ, ໃນວັນທີ 29 ກັນຍາ, ພະແນກທ່ອງທ່ຽວ ຮ່າໂນ້ຍ ສະເໜີໃຫ້ Qatar Airway ສົມທົບກັນສົ່ງເສີມການທ່ອງທ່ຽວລະຫວ່າງ 2 ຝ່າຍ, ເຊິ່ງລວມທັງສົ່ງເສີມການຕະຫຼາດ ແລະ ການສົ່ງເສີມຢູ່ກັບທີ່ເພື່ອອາດຈະນຳມາເຊິ່ງປະສິດທິຜົນໃນການໂຄສະນາການທ່ອງທ່ຽວໃຫ້ດີທີ່ສຸດ. 

ຮ່ວມມືພັດທະນາການທ່ອງທ່ຽວລະຫວ່າງ ຮ່າໂນ້ຍ ແລະ ໂດຮາ (ປະເທດ ກາຕາ) - ảnh 1

 ທ່ານ ເຈີ່ນດຶກຫາຍ, ຫົວໜ້າພະແນກການທ່ອງທ່ຽວ ຮ່າໂນ້ຍ

(ພາບ: kinhtedothi.vn)

ທ່ານ ເຈີ່ນດຶກຫາຍ, ຫົວໜ້າພະແນກການທ່ອງທ່ຽວ ຮ່າໂນ້ຍ, ໃຫ້ຮູ້ວ່າ, ພະແນກທ່ອງທ່ຽວ ຮ່າໂນ້ຍ ກຽມພ້ອມໜູນຊ່ວຍການໂຄສະນາ, ສ້າງເງື່ອນໄຂໃຫ້ ບໍລິສັດການບິນ Qatar Airway ເຄື່ອນໄຫວຢູ່ ຫວຽດນາມ. ຕາມທ່ານນາງ Jeanie Jin, ຫົວໜ້າຫ້ອງການຕາງໜ້າ ບໍລິສັດການບິນ Qatar Airway ປະຈຳ ຮ່າໂນ້ຍ ແລ້ວ, ເລື່ອງເປີດສາຍການບິນໂດຍກົງລະຫວ່າງ ຮ່າໂນ້ຍ - ໂດຮາ ຈະສ້າງເງື່ອນໄຂສະດວກກ່ວາໃຫ້ແກ່ແຂກທ່ອງທ່ຽວ 2 ປະເທດຊອກຮູ້ກ່ຽວກັບ 2 ປະເທດ ກໍ່ຄືປະກອບສ່ວນຊຸກຍູ້ຂະແໜງທ່ອງທ່ຽວຂອງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ