ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຜ່ານ ນະ​ວັດ​ຕະ​ກຳ

(VOVWORLD) - ທ່ານລັດຖະມົນຕີ ຮວ່ິງແທັ່ງດາດ ເນັ້ນໜັກວ່າ ຫວຽດນາມ - ລາວ ຕ້ອງໃຫ້ບຸລິມະສິດແຫຼ່ງກຳລັງລົງທຶນຫຼາຍກ່ວາອີກໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມືຄົ້ນຄ້ວ, ການນຳໃຊ້, ພັດທະນາເຕັກໂນໂລຢີ ແລະ ນະວັດຕະກຳ.
ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຜ່ານ ນະ​ວັດ​ຕະ​ກຳ - ảnh 1ກອງປະຊຸມສຳມະນາ “ຊຸກຍູ້ການຮ່ວມມືກ່ຽວກັບເຕັກໂນໂລຢີ ແລະ ນະວັດຕະກຳ ເພື່ອຮັບໃຊ້ການພັດທະນາເສດຖະກິດດີຈີຕອນ ຫວຽດນາມ - ລາວ” (ພາບ: ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ)

ວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ຮວິ່ງແທັ່ງດາດ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ພ້ອມກັບທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ການສື່ສານ ລາວ ເປັນປະທານຮ່ວມກອງປະຊຸມສຳມະນາ “ຊຸກຍູ້ການຮ່ວມມືກ່ຽວກັບເຕັກໂນໂລຢີ ແລະ ນະວັດຕະກຳ ເພື່ອຮັບໃຊ້ການພັດທະນາເສດຖະກິດດີຈີຕອນ ຫວຽດນາມ - ລາວ”. ຢູ່ກອງປະຊຸມສຳມະນາ, ທ່ານລັດຖະມົນຕີ ຮວ່ິງແທັ່ງດາດ ເນັ້ນໜັກວ່າ ຫວຽດນາມ - ລາວ ຕ້ອງໃຫ້ບຸລິມະສິດແຫຼ່ງກຳລັງລົງທຶນຫຼາຍກ່ວາອີກໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມືຄົ້ນຄ້ວ, ການນຳໃຊ້, ພັດທະນາເຕັກໂນໂລຢີ ແລະ ນະວັດຕະກຳ. ໃນສະເພາະໜ້າ, ທ່ານລັດຖະມົນຕີ ໄດ້ສະເໜີບັນດາຫົວໜ່ວຍຂອງສອງຝ່າຍແລກປ່ຽນ, ສ້າງບັນດາໜ້າທີ່ຮ່ວມມື ຕາມອະນຸສັນຍາ ໃນຂົງເຂດນຳໃຊ້, ຖ່າຍທອດເຕັກໂນໂລຢີ ແລະ ນະວັດຕະກຳ ໂດຍໄວ. ສ່ວນທ່ານ ບໍໍ່ວຽງຄຳ ວົງດາລາ ໄດ້ຢັ້ງຢືນວ່າ ສອງຝ່າຍຈະສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດວິທະຍາສາດ ເຕັກໂນໂລຢີ ແລະ ນະວັດຕະກຳ ເພື່ອເດີນຕາມທ່າອ່ຽງພັດທະນາຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ກໍ່ຄືການຫັນເປັນດີຈີຕອນໃນປັດຈຸບັນ. ພ້ອມກັນນັ້ນ, ສອງກະຊວງ ກໍ່ສືບຕໍ່ຈັດຕັ້ງປະຕິບັດ ເນື້ອໃນ ທີ່ໄດ້ຮັບການລົງນາມ, ຕົກລົງກັນ ໃຫ້ບັນລຸໝາກຜົນທີ່ດີ ແລະ ນັບມື້ນັບເຂົ້າສູ່ລວງເລິກ.

ຕອບກັບ

ຂ່າວ/ບົດ​ອື່ນ