ຮ່ວມມືສົ່ງອອກຜະລິດຕະພັນກະເສດ ຫວຽດນາມ ໄປຍັງຕະຫລາດ ສິງກະໂປ

(VOVWORLD) - ວັນທີ 21 ສິງຫາ, ບໍລິສັດ MM Mega Market ຫວຽດນາມ ຈຳກັດ (MMVN) ໄດ້ລົງນາມການຮ່ວມມືກັບບໍລິສັດ CMM Marketing Management PTE LTD ສິງກະໂປ ຢ່າງເປັນທາງການ ເພື່ອສົ່ງອອກຜະລິດຕະພັນກະເສດໄປຍັງຕະຫລາດ ສິງກະໂປ.

ຮ່ວມມືສົ່ງອອກຜະລິດຕະພັນກະເສດ ຫວຽດນາມ ໄປຍັງຕະຫລາດ ສິງກະໂປ - ảnh 1 ພິທີລົງນາມການຮ່ວມມື (ພາບ: TTXVN)

ຄາດວ່າ, ໃບສັ່ງຊື້ສິນຄ້າທຳອິດຈະຖືກ MMVN ສົ່ງອອກໄປຍັງ ສິງກະໂປ ໃນເດືອນ ກັນຍາ ນີ້, ລວມມື: ໝາກເຜັດຫວານ ດ່າລາດ, ມັນດ້າງ, ໝາກນາວບໍ່ມີແກ່ນ…ດ້ວຍປະລິມານທັງໝົດປະມານ 20 ໂຕນ.

        ກ່ອນໜ້ານັ້ນ, MMVN ກໍ່ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື (MOU) ກັບກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກ່ຽວກັບການຍູ້ແຮງການຈຳໜ່າຍສິນຄ້າ ຫວຽດນາມ ໃນລະບົບແຈກຢາຍຂອງ MMVN ຢູ່ ຫວຽດນາມ ແລະ ໜູນຊ່ວຍການສົ່ງອອກສິນຄ້າ ຫວຽດນາມ ໄປຍັງຕະຫລາດຕ່າງປະເທດ. ພ້ອມທັງ ຢືນຢັນຄຳໝັ້ນສັນຍາວ່າ ຈະຕິດພັນຍາວນານ ແລະ ມີຍຸດທະສາດການພັດທະນາເສດຖະກິດແບບຍືນຍົງຂອງ MMVN ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ