ຮ່ວມ​ມື​ສ້າງ​ສະ​ພາບ​ແວດ​ລ້ອມ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ພາກ​ພື້ນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມບັນດາກອງປະຊຸມສຸດຍອດຄັ້ງນີ້ ໄດ້ສະແດງໃຫ້ເຫັນການຖືເປັນສຳຄັນຂອງ ຫວຽດນາມ ຕໍ່ຍຸດທະສາດການຮ່ວມມື Ayeyavady – ເຈົ້າພະຍາ - ແມ່ຂອງ; ການຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ; ການຮ່ວມມື ເຂດ 3 ລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ.
ຮ່ວມ​ມື​ສ້າງ​ສະ​ພາບ​ແວດ​ລ້ອມ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ພາກ​ພື້ນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ:baochinhphu.vn)

        ໂດຍຮັບຄຳເຊີນຈາກທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hunsen  ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຍຸດທະສາດຮ່ວມມືເສດຖະກິດ 3 ລຳແມ່ນໍ້າ Ayeyavady – ເຈົ້າພະຍາ - ແມ່ຂອງຄັ້ງທີ 9 (ACMECS – 9), ກອງປະຊຸມສຸດຍອດ ຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 10 (CLMV – 10) ແລະ ກອງປະຊຸມສຸດຍອດເຂດ 3 ລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 11 (CLV – 11) ຖືກຈັດຂຶ້ນຕາມຮູບການທາງອອນລາຍ ໃນວັນທີ 9 ທັນວາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມບັນດາກອງປະຊຸມສຸດຍອດຄັ້ງນີ້ ໄດ້ສະແດງໃຫ້ເຫັນການຖືເປັນສຳຄັນຂອງ ຫວຽດນາມ ຕໍ່ຍຸດທະສາດການຮ່ວມມື Ayeyavady – ເຈົ້າພະຍາ - ແມ່ຂອງ; ການຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ; ການຮ່ວມມື ເຂດ 3 ລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ; ທ່ານໄດ້ເນັ້ນໜັກເຖິງບົດບາດຂອງການຮ່ວມມືໃນການຮັບມືກັບບັນດາສິ່ງທ້າທາຍລວມ, ການຮ່ວມມືກ່ຽວກັບແຫຼ່ງນໍ້າ, ການຄ້າ ແລະ ການລົງທຶນ, ຊຸກຍູ້ການຮ່ວມສຳພັນທາງດ້ານຜົນປະໂຫຍດລະຫວ່າງບັນດາປະເທດໃນພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ