ຮ່ວມມືເພ່ືອອະນາຄົດອັນສົດໄສໃຫ້ການພົວພັນຫວຽດນາມ-ຈີນ

ຮ່ວມມືເພ່ືອອະນາຄົດອັນສົດໄສໃຫ້ການພົວພັນຫວຽດນາມ-ຈີນ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ
​ສູນ​ກາງ​ພັກ​ກອມ​ມູນ​ິດຈີ​ນ, ປະທານ​ປະ​ເທດສປ.ຈີນ ສື່​ຈີນ​ຜິ​ງ)


(vovworld) – ຮ່ວມ​ມື​ເພ່ືອ​ອະ​ນາ​ຄົດອັນສົດ​ໄສ​ໃຫ້ກາ​ນພົວພັນ​ຫວຽດນາ​ມ-ຈີນ. ນີ້​ແມ່ນ​ຫົວ​ຂໍ້​​ບົດຮຽນ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດຈີ​ນ, ປະທານ​ປະ​ເທດສປ.ຈີນ ສື່​ຈີນ​ຜິ​ງ ທີ່ລົງ​ພິມ​ໃນ​ໜັງສືພິມ​ປະຊາຊົນ, ສະບັບ​ອອກ​ວັນ​ທີ 05/11. ​ໃນ​ບົດ​ຂຽນ, ທ່ານ​ເລ​ຂາ​ທິການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສື່​ຈີນ​ຜິ​ງ ​ໄດ້​ເຕື້ອງ​ເຖິງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຈີນ ​ເຊິ່ງ​ແມ່ນ​ການ​ພົວພັນ​ບ້ານ​ໃກ້​ເຮືອນຄຽງ, ປະຊາຊົນ 2 ປະ​ເທດ ​ເຄີຍ​ມີ​ນ້ຳ​ໃຈ​ມິດຕະພາບ​ມາ​ແຕ່​ດົນ​ນານ. ​ເມື່ອກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່, 2 ປະ​ເທດ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມມື​ຍຸດ​ທະ​ສາດ​ຮອບດ​້ານ, ​ໄດ້ສ້າງ​ຕັ້ງຫຼາຍ​ອົ​ງການ​ຮ່ວມ​ມື​ຄື ຄະນະ​ກຳ​ທະ​ການຊີ້​ນຳ​ການ​ຮ່ວມ​ມື 2 ຝ່າຍ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂ​ດ​ເສດຖະກິດ​ການ​ຄ້າ. ຜ່ານ​ການ​ເຈລະຈາ​​ມິດຕະພາບ 2 ຝ່າຍ​​ໄດ້​​ແກ້​ໄຂ​ບັນຫາ​ຊາຍ​ແດນ​ທາງບົກ ​ແລະ ​​ເຂດ​ອ່າວ​ພາກ​​ເໜືອ, ສ້າງ​ພື້ນຖານ​ຢ່າງ​ໝັ້ນຄົງ​ໃຫ້​ສະຖຽນ​ລະ​ພາບ, ຄວາມ​ສະຫງົບປອດ​ໄພ ​ແລະ ການ​ພັດທະນາ​ລວມຂອງ​ເຂດ​ຊາຍ​ແດນ 2 ປະ​ເທດ… ທ່ານ​ເລ​ຂາ​ທິການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສື່​ຈີນ​ຜິ​ງ ຢືນຢັນ​ວ່າ, ການ​ພັດທະນາ​ນ້ຳ​ໃຈ​ມິດຕະພາບ​ຫວຽດນາມ - ຈີ​ນ ​ໄດ້​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າ​ຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ບໍ່​ພຽງ​ແຕ່​​ແມ່ນໜ້າ​ທີ່​ສຳຄັນ​ເຊິ່ງປະຫວັດສາດ​ມອບ​ໝາຍ​ໃຫ້ ຫາກ​ຍັງ​ແມ່ນ​ຄວາມ​ຕ້ອງການ​ລວມ ​ແມ່ນສ້າງສາ​ປະ​ເທດ​ຊາດ​ຂອງ​ແຕ່ລະ​ຝ່າຍ, ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຂອງ 2 ຝ່າຍ.

ຂ່າວ/ບົດ​ອື່ນ