ຮ່ວມມືເສດຖະກິດລະຫວ່າງຫວຽດນາມແລະອິນເດຍນັບມື້ນັບພັດທະນາຢ່າງແຮງ

ຮ່ວມມືເສດຖະກິດລະຫວ່າງຫວຽດນາມແລະອິນເດຍນັບມື້ນັບພັດທະນາຢ່າງແຮງ - ảnh 1
ກອງ​ປະ​ຊຸມ​ວິ​ສາ​ຫະ​ກິດ​ອິນ​ເດຍ ແລະ CLMV ຄັ້ງ​ທີ 4
(ພາບ: TTXVN)


(vovworld) - ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ວິ​ສາ​ຫະ​ກິດ​ອິນ​ເດຍ ແລະ 4 ປະ​ເທດ​ພາ​ກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແມ່ນ, ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ ຫວຽດ​ນາມ (CLMV) ຄັ້ງ​ທີ 4 ຖືກ​ດຳ​ເນີນ​ຢູ່​ນະ​ຄອນ Jaipur, ປະ​ເທດ​ອິນ​ເດຍ, ຕອນ​ບ່າຍ​ວັນ​ທີ 28/06, ໄດ້​ດຳ​ເນີນ​ວາ​ລະ​ປະ​ຊຸມ​ສະ​ເພາະ​ກ່ຽວ​ກັບ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຕົນ​ຊິງ​ແທ່ງ ເນັ້ນ​ໜັກ​ວ່າ, ໃນ​ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ຍາມ​ໃດ​ຫວຽດ​ນາມ ກໍ​ຖື​ອິນ​ເດຍ ເປັນ​ເພື່ອນ ແລະ ແມ່​ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື້ອ​ໃຈ ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, 2 ປະ​ເທດ​ສາ​ມາດ​ບັນ​ລຸ​ວົງ​ເງິນ​ການ​ຄ້າຂຶ້ນ​ເຖິງ 15 ລ້ານ USD ຖ້າ​ຫາກ 2 ຝ່າຍ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ແຮງ, ພ້ອມ​ທັງ​ຊົມ​ເຊີຍ​ມີ​ບັນ​ດາ​ບໍ​ລິ​ສັດ​ອິນ​ເດຍ ລົງ​ທຶນ​ເຂົ້າ​ຫວຽດ​ນາມ, ໂດຍ​ສະ​ເພາະ​ແມ່ນ​ໃນ​​ບັນ​ດາຂົງ​ເຂດ​ຄື: ພະ​ລັງ​ງານ, ໃນ​ນັ້ນ​ມີ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່, ນ້ຳ​ມັນ​ອາຍ​ແກັດ, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ.

        ກໍ່​ທີ່​ວາ​ລະ​ປຶກ​ສາ​ຫາ​ລື, ຜູ້​ຕາງ​ໜ້າ​ບັນ​ດາ​ແຂວງ​ນິງ​ທ້ວນ ແລະ ແຂວງ​ຕ່ຽນ​ຢາງ ໄດ້​​ໂຄ​ສະ​ນາ​ກ່ຽວ​ກັບ​ທ້ອ​ງ​ຖິ່ນ​ຂອງ​ຕົນ, ກໍ​ຄື​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ ແລະ ເງື່ອນ​ໄຂ​ບຸ​ລິ​ມະ​ສິດ​ກ່ຽວ​ກັບ​ການ​ລົງ​ທຶນ​ເພື່ອ​ດຶງ​ດູດ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອງ​ອິນ​ເດຍ.

ຂ່າວ/ບົດ​ອື່ນ