ຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງນະຄອນໂຮ່ຈີມິນ ແລະ 8 ແຂວງທາງທິດຕາເວັນອອກສ່ຽງເໜືອ

(VOVWORLD) - ຕອນເຊົ້າວັນທີ 20 ພະຈິກ, ທີ່ນະຄອນ ຮະລອງ (ແຂວງ ກ໋ວາງນິງ) ໄດ້ດຳເນີນກອງປະຊຸມຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງທິດຕາເວັນອອກສ່ຽງເໜືອ ດ້ວຍຫົວຂໍ້ວ່າ “ເຊື່ອມຕໍ່ສິ່ງຍອດຍິ່ງ”.
ຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງນະຄອນໂຮ່ຈີມິນ ແລະ 8 ແຂວງທາງທິດຕາເວັນອອກສ່ຽງເໜືອ - ảnh 1 ພິທີເຊັນການຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງທິດຕາເວັນອອກສ່ຽງເໜືອ (ພາບ: baotintuc.vn)

        ທີ່ກອງປະຊຸມ, ການນຳບັນດາແຂວງ, ນະຄອນໄດ້ປຶກສາຫາລືກ່ຽວກັບການເຄື່ອນໄຫວຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງທິດຕາເວັນອອກສ່ຽງເໜືອໄລຍະ 2020 – 2025 ແລະ ຮັບຮອງເອົາແຜນການສົມທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມສຳພັນຮ່ວມມືພັດທະນາການທ່ອງທ່ຽວລະຫວ່າງນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງທິດຕາເວັນອອກສ່ຽງເໜືອໄລຍະ 2020 – 2021. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນແທງຟອງ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຖືວ່າ ກອງປະຊຸມມື້ນີ້ ບໍ່ພຽງແຕ່ເປັນການຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງທິດຕາເວັນອອກສ່ຽງເໜືອເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ພວກເຮົາມີຄວາມເຂົ້າໃຈຢ່າງເລິກກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ກໍ່ຄືການກຳນົດທິດພັດທະນາຂອງແຕ່ລະທ້ອງຖິ່ນອີກດ້ວຍ, ປະກອບສ່ວນນຳການທ່ອງທ່ຽວ ກາຍເປັນຂະແໜງເສດຖະກິດປາຍແຫຼມຄືດັ່ງເປົ້າໝາຍ, ຍຸດທະສາດພັດທະນາການທ່ອງທ່ຽວ ຫວຽດນາມ  ຮອດປີ 2030 ໄດ້ວາງອອກຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ