ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ

(VOVWORLD) - ຕອນຄ່ຳວັນທີ 2 ສິງຫາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ / ດີໂອຊິນ ແຂວງ ກວາງນາມ ຈັດຕັ້ງລາຍການສະແດງສິລະປະ “ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ” 
ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ - ảnh 1 (ພາບປະກອບ)

ໂດຍໂຮງລະຄອນຟ້ອນລຳທຳເພງທະຫານເຂດ 5 ສະແດງ. ນີ້ແມ່ນການເຄື່ອນໄຫວແທດຈິງ ເນື່ອງໃນໂອກາດລະນຶກວັນເກີດວິນາດສະກຳທາດພິດສີສົ້ມຢູ່ ຫວຽດນາມ ຄົບຮອບ (10/08/1961 – 10/08/2017) ດ້ວຍຈຸດໝາຍແນໃສ່ສະແດງຄວາມຮູ້ບຸນຄຸນຜູ້ໃຈບຸນໃຈກູສົນ ທີ່ໄດ້ຮ່ວມເດີນທາງ ແລະ ໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຖືກຕິດທາດພິດສີສົ້ມ / ດີໂອຊິນ ໃນບໍລິເວນແຂວງ ກວາງນາມ. ເນື່ອງໃນໂອກາດນີ້, ບັນດາຫົວໜ່ວຍ, ອົງການຈັດຕັ້ງ ໄດ້ມອບເງິນນັບຮ້ອຍລ້ານກ່ວາດົ່ງ ໃຫ້ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ / ດີໂອຊິນ ແຂວງ ກວາງນາມ.

        ແລະກໍ່ໃນວັນດຽວກັນ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມແຂວງ ທ໋າຍງວຽນ ໄດ້ຈັດຕັ້ງພິທີປຸກລະດົມສະໜັບສະໜູນກອງທຶນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ / ດີໂອຊິນ 2017 ແລະ ເຊີດຊູບັນດາຜູ້ໃຈບຸນໃຈກູສົນເພື່ອທະຫານເສຍອົງຄະ, ທະຫານຈັບປ່ວຍ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. 

ຕອບກັບ

ຂ່າວ/ບົດ​ອື່ນ