ຮ່ວມແຮງຮ່ວມໃຈບໍລິຈາກເພື່ອສະໜັບສະໜູນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ,ນ້ຳຖ້ວມ

(VOVWORLD) -ຕອນບ່າຍວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາຮອງນາຍົກລັດຖະມົນຕີຄືທ່ານ ຟ້າມບິ່ງມິງ, ເວືອງດິ່ງເຫ້ວ, ວູດຶກດາມ, ຈິ້ງດິ່ງຢຸງ ໄດ້ເຂົ້າຮ່ວມພິທີປຸກລະດົມການບໍລິຈາກເງິນສະໜັບສະໜູນພໍ່ແມ່ປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳຖ້ວມຢູ່ບັນດາແຂວງທາງພາກເໜືອ ແລະ ທິດເໜືອພາກກາງ.
ຮ່ວມແຮງຮ່ວມໃຈບໍລິຈາກເພື່ອສະໜັບສະໜູນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ,ນ້ຳຖ້ວມ - ảnh 1 (ພາບປະກອບ: KTDT)

ຕາມຕົວເລກສະຖິຕິແລ້ວ, ຝົນຕົກ, ນ້ຳຖ້ວມ ໄດ້ເຮັດໃຫ້ 60 ຄົນເສຍຊີວິດ ແລະ 37 ຄົນຫາຍສາບສູນ. ເຮືອນຊານເກືອບ 200 ຫຼັງຖືກພັງທະລາຍ ແລະ ກວ່າ 30.000 ຫຼັງຖືກນ້ຳຖ້ວມ… ບັນດາແຂວງຄື: ຮ່ວາບິ່ງ, ອຽນບ໋າຍ ແລະ ແທງຮ໋ວາ ຖືກເສຍຫາຍຢ່າງຮ້າຍແຮງທີ່ສຸດໃນຄັ້ງນີ້.

        ຕອນເຊົ້າວັນທີ 14 ຕຸລາ, ສະມາຊິກຜູ້ປະຈຳການຄະນະເລຂາ, ປະທານຄະນະກຳມະການກວດກາສູນກາງ ເຈີ່ນກ໋ວກເວື້ອງ ໄດ້ໄປສຳຫຼວດສະພາບຕົວຈິງຢູ່ບັນດາເຂດຖືກນ້ຳແກ່ງ, ດິນເຊາະເຈື່ອນ ແລະ ຊີ້ນຳການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ຢູ່ແຂວງ ອຽນບ໋າຍ. ກ່ອນໜ້ານັ້ນ, ວັນທີ 13 ຕຸລາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເມີນ ກໍ່ໄດ້ໄປສຳຫຼວດເຂດດິນເຊາະເຈື່ອນ ຢູ່ແຂວງຮ່ວາບິ່ງ…

ຕອບກັບ

ຂ່າວ/ບົດ​ອື່ນ