ຮ່ວມ​ແຮງ​ຮ່ວມ​ໃຈ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ໃນ​ປີ 2021 ຢ່າງ​ມີ​ໄຊ

(VOVWORLD) -     ຕອນເຊົ້າວັນທີ 29 ທັນວາ, ກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນ ໄດ້ດຳເນີນການເຮັດວຽກມື້ສຸດທ້າຍ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ.

 ກ່າວຄໍາເຫັນທີ່ກອງປະຊຸມ, ບັນດາລັດຖະມົນຕີ, ຫົວໜ້າຂະແໜງການ ໄດ້ຍົກອອກຫຼາຍມາດຕະການເພື່ອປະຕິບັດສຳເລັດເປົ້າໝາຍພັດທະນາເສດຖະກິດ - ສັງຄົມ ປີ 2021. ໃນຂົງເຂດການຄ້າ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕວ໊ນແອັງ ໃຫ້ຂໍ້ສັງເກດວ່າ ປີ 2021, ກຳລັງກົດດັນ ແລະ ສິ່ງທ້າທາຍ ຈະສືບຕໍ່ໃນຊຸມປີຕໍ່ໄປ, ພິເສດແມ່ນໂລກລະບາດໂຄວິດ - 19 ທີ່ຍັງຄົງສືບຕໍ່ແຜ່ລະບາດ. ໃນສະພາບການນັ້ນ, ຂະແໜງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈະສຸມໃສ່ປະຕິບັດບັນດາໜ້າທີ່ຕົ້ນຕໍຄືດັ່ງນີ້.

ຮ່ວມ​ແຮງ​ຮ່ວມ​ໃຈ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ໃນ​ປີ 2021 ຢ່າງ​ມີ​ໄຊ - ảnh 1ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕວ໊ນແອັງ (ພາບ:VGP)

 “ສືບຕໍ່ພັດທະນາຕະຫຼາດ ລວມທັງຕະຫຼາດພາຍໃນ ແລະ ຕະຫຼາດພາຍນອກ. ຈັດຕັ້ງປະຕິບັດກົດໝາຍ, ສ້າງກອບນິຕິກຳ ແລະ ບັນດາຂໍ້ກຳນົດກ່ຽວກັບກົດໝາຍໃຫ້ສົມບູນແບບ. ສ້າງເງື່ອນໄຂສະດວກເພື່ອຂຸດຄົ້ນຕະຫຼາດພາຍໃນ ພິເສດແມ່ນຂຸດຄົ້ນສູນບໍລິການພະລາທິການໃຫຍ່. ນອກຈາກນັ້ນ, ວິສາຫະກິດ ແລະ ລັດຖະບານ ຈະຂຸດຄົ້ນການຫັນເປັນດີຈີຕອນເປັນຢ່າງດີທີ່ສຸດ. ປີ 2021, ບໍ່ພຽງແຕ່ຫັນວິສາຫະກິດເປັນດີຈີຕອນເທົ່ານັ້ນ, ການບໍລິການສາທາລະນະກໍຕ້ອງພັດທະນາຢ່າງແຮງກວ່າອີກ”.

        ໃນການບໍລິຫານຕະຫຼາດການເງິນ, ເງິນຕາ, ທ່ານນາງ ຫງວຽນທິຮົ່ງ ຜູ້ວ່າການທະນາຄານແຫ່ງລັດ ເນັ້ນໜັກວ່າ:

ຮ່ວມ​ແຮງ​ຮ່ວມ​ໃຈ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ໃນ​ປີ 2021 ຢ່າງ​ມີ​ໄຊ - ảnh 2ທ່ານນາງ ຫງວຽນທິຮົ່ງ

ຜູ້ວ່າການທະນາຄານແຫ່ງລັດ (ພາບ: VGP)

“ປີ 2021, ຂະແໜງທະຫານຄານ ຫວຽດນາມ ຈະສຸມໃສ່ບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດ ແລະ ປະຊາຊົນທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ໄພທຳມະຊາດ, ໄພນ້ຳຖ້ວມ ແລະ ການປ່ຽນແປງຂອງດິນຟ້າອາກາດ, ສະໜອງທຶນໃຫ້ແກ່ທະນາຄານນະໂຍບາຍສັງຄົມຄືນໃໝ່ເພື່ອໜູນຊ່ວຍຊາວຜູ້ອອກແຮງງານ, ສືບຕໍ່ຊີ້ນຳບັນດາອົງການສິນເຊື່ອຫຼຸດຜ່ອນຄ່າໃຊ້ຈ່າຍຫຼຸດຜ່ອນມາດຖານກຳໄລລົງ ເພື່ອມີເງື່ອນໄຂຫຼຸດຜ່ອນອັດຕາດອກເບ້ຍເງິນກູ້, ເປີດກວ້າງສິນເຊື່ອ ໄປຄ່ຽງຄູ່ກັບຄວາມປອດໄພ, ມີປະສິດທິຜົນ”.

        ໃນຂົງເຂດກະສິກຳ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຫງວຽນຊວັນເກື່ອງ ຢັ້ງຢືນວ່າ ຈະພ້ອມກັບບັນດາກະຊວງ, ຄະນະ, ຂະແໜງການ ສືບຕໍ່ຂຸດຄົ້ນກຳລັງພາຍໃນໃຫ້ດີທີ່ສຸດ ເພື່ອສ້າງພື້ນຖານກະສິກຳເປັນທັນສະໄໝ, ພັດທະນາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຂອງຂະແໜງກະສິກຳ.


ຕອບກັບ

ຂ່າວ/ບົດ​ອື່ນ