ຮ່ວມແຮງຮ່ວມໃຈສ້າງນະຄອນຫຼວງແຫ່ງ “ອະລິຍະທຳ - ສີວິໄລ - ທັນສະໄໝ”

(VOVWORLD) - ສຸມໃສ່ຊີ້ິ້ນຳຢ່າງມີຈຸດສຸມ, ພົບເຫັນ, ແນະນຳ, ທະວີຄຸນບັນດາຮູບແບບທີ່ດີ, ວິທີເຮັດທີ່ດີ ຫຼືຜ່ານບັນດາຂະບວນການແຂ່ງຂັນ, ບັນດາການເຄື່ອນໄຫວສັງຄົມ.
ຮ່ວມແຮງຮ່ວມໃຈສ້າງນະຄອນຫຼວງແຫ່ງ “ອະລິຍະທຳ - ສີວິໄລ - ທັນສະໄໝ” - ảnh 1(ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ)
  
  ຕອນເຊົ້າວັນທີ 23 ສິງຫາ, ກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ ຄັ້ງທີ 18, ອາຍຸການ 2024 – 2029, ດຳເນີນໄປຢ່າງສົມກຽດຢູ່ຫໍວັດທະນະທຳແຮງງານມິດຕະພາບ ຫວຽດ - ໂຊ, ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມ ມີຜູ້ແທນ 363 ທ່ານທີ່ຕາງໜ້າໃຫ້ປະຊາຊົນທຸກຊັ້ນວັນນະ, ບັນດາສາສະໜາ, ຜູ້ຊົງຄຸນວຸດທິ, ບຸກຄົນດີເດັ່ນ ແລະ ຜູ້ຕາງໜ້າແນວໂຮມປະເທດຊາດ ຫວຽດນາມຂອງ 30 ເມືອງ, ເທດສະບານຕາແສງຂອງນະຄອນ ຮ່າໂນ້ຍ.

        ທີ່ກອງປະຊຸມ, 100% ຜູ້ແທນຕົກລົງເລືອກຕັ້ງຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ ຊຸດທີ 18, ອາຍຸການ 2024 – 2029 ລວມມີ 145 ທ່ານ. ທ່ານນາງ ຫງວຽນລານເຮືອງ, ໄດ້ຮັບເລືອກຕັ້ງເປັນປະທານຄະນະກຳມະການແນວໂຮມປະເທດຊາດ ຮ່າໂນ້ຍ ຊຸດທີ 18 ຄືນໃໝ່.

        ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ, ຖືວ່າ:

        “ແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນຂອງນະຄອນ ຕ້ອງສືບຕໍ່ປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວ ຕິດພັນກັບປະຊາຊົນ, ຍູ້ແຮງການນຳໃຊ້ເຕັກໂນໂລຊີ, ຮັບມືກັບສັງຄົມດີຈີຕອນ, ຍູ້ແຮງວຽກງານໂຄສະນາກ່ຽວກັບມູນເຊື້ອວັດທະນະທຳປະຫວັດສາດອັນສະຫງ່າອົງອາດຂອງນະຄອນຫຼວງແຫ່ງອະລິຍະທຳນັບພັນປີ. ປຸກລຸກ ແລະ ເສີມຂະຫຍາຍຈິດໃຈເປັນເຈົ້າການ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມຄາດຫວັງອຸທິດສ່ວນ, ກໍ່ສ້າງນະຄອນຫຼວງ ຮ່າໂນ້ຍ ແຫ່ງອະລິຍະທຳ, ສີວິໄລ, ຜາສຸກ”.

        ທີ່ກອງປະຊຸມໃຫຍ່, ທ່ານນາງເລຂາຄະນະພັກນະຄອນ ຮ່າໂນ້ຍ, ເນັ້ນໜັກວ່າ:

        “ສຸມໃສ່ຊີ້ິ້ນຳຢ່າງມີຈຸດສຸມ, ພົບເຫັນ, ແນະນຳ, ທະວີຄຸນບັນດາຮູບແບບທີ່ດີ, ວິທີເຮັດທີ່ດີ ຫຼືຜ່ານບັນດາຂະບວນການແຂ່ງຂັນ, ບັນດາການເຄື່ອນໄຫວສັງຄົມ. ປຸກລຸກນ້ຳໃຈຮັກຊາດ, ນ້ຳໃຈຮັກ ຮ່າໂນ້ຍ, ກຳປັງປະດິດຄິດສ້າງ ແລະ ຄວາມຄາດຫວັງສ້າງປະເທດຊາດມີຄວາມວັດທະນາຖາວອນ, ຜາສຸກ, ສ້າງນະຄອນຫຼວງ ຮ່າໂນ້ຍ ເປັນແຫ່ງອະລິຍະທຳ - ສີວິໄລ - ທັນສະໄໝ. ປະຕິບັດບັນດາໂຄງການໜູນຊ່ວຍສັງຄົມ, ມະນຸດສະທຳ, ກູ້ຊົນ ດ້ວຍບັນດາວິທີການໃໝ່, ມີປະສິດທິຜົນ, ແທດຈິງກວ່າ”.

        ພາຍຫຼັງການເຮັດວຽກເປັນເວລາ 3 ວັນ (ແຕ່ວັນທີ 21 – 23 ສິງຫາ), ກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ ຊຸດທີ 18, ອາຍຸການ 2024 – 2029, ໄດ້ປະຕິບັດສຳເລັດລາຍການເຮັດວຽກທັງໝົດທີ່ໄດ້ວາງອອກ. ດ້ວຍຈິດໃຈ “ສາມັກຄີ - ປະຊາທິປະໄຕ - ມີຄວາມຮັບຜິດຊອບ - ປະດິດຄິດສ້າງ - ພັດທະນາ”, ກອງປະຊຸມໃຫຍ່ຮຽກຮ້ອງໃຫ້ປະຊາຊົນທຸກຊັ້ນວັນນະ, ບັນດາຊົນເຜົ່າ, ສາສະໜາ, ກຳລັງປະກອບອາວຸດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຈົ່ງສາມັກຄີກັນ, ເສີມຂະຫຍາຍນ້ຳໃຈຮັກຊາດ, ມີຄວາມເອກອ້າງທະນົງໃຈກ່ຽວກັບນະຄອນຫຼວງ ຮ່າໂນ້ຍ ແຫ່ງອະລິຍະທຳນັບພັນປີ.

ຕອບກັບ

ຂ່າວ/ບົດ​ອື່ນ