ຮ່ວມແຮງຮ່ວມໃຈສ້າງວັດທະນະທຳການປະພຶດ

(VOVWORLD) -ຕອນເຊົ້າວັນທີ 9 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ເປັນປະທານກອງປະຊຸມແລກປ່ຽນວຽກງານ ໄຕມາດ I/2018 ກຸ່ມວັດທະນະທຳ - ກິລາ ແລະ ທ່ອງທ່ຽວ.

ຮ່ວມແຮງຮ່ວມໃຈສ້າງວັດທະນະທຳການປະພຶດ - ảnh 1 ຮ່ວມແຮງຮ່ວມໃຈສ້າງວັດທະນະທຳການປະພຶດ

(ພາບ: TTXVN)

ທີ່ກອງປະຊຸມ, ທ່ານນາງຮອງລັດຖະມົນຕີກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວຫວຽດນາມ ດັ້ງທິບິກລຽນ ໃຫ້ຮູ້ວ່າ ບັນດາການເຄື່ອນໄຫວວັດທະນະທຳສີລະປະຮັບໃຊ້ປະຊາຊົນ ຕ້ອນຮັບບຸນເຕັດປີຈໍ 2018 ໄດ້ຈັດຕັ້ງຢ່າງກວ້າງຂວາງ, ຕິດພັນກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງ 88 ປີ ແຫ່ງວັນສ້າງຕັ້ງພັກ. ເບິ່ງລວມແລ້ວ, ບັນດາງານບຸນຕົ້ນລະດູບານໃໝ່ ໄດ້ປະຕິບັດຖືກຕ້ອງຕາມຂໍ້ກຳນົດ, ແທດຈິງ, ປະຢັດມັດທະຍັດ, ສອດຄ່ອງກັບມູນເຊື້ອວັດທະນະທຳ, ປະເພນີອັນດີງາມຂອງແຕ່ລະທ້ອງຖິ່ນ.

        ບັນດາຄຳເຫັນປະກອບທີ່ກອງປະຊຸມຖືວ່າ ຄວນກຳນົດບັນດາໜ້າທີ່ຈຸດສຸມໃນຕໍ່ໜ້າ ແລະ ຍາວນານ, ລະອຽດແມ່ນການກວດກາຄືນ, ຄວາມເປັນເອກະພາບຂອງແຫຼ່ງກຳລັງ ເພື່ອປະຕິບັດຂະບວນການສ້າງຊີວິດວັດທະນະທຳ; ວຽກງານຄຸ້ມຄອງງານບຸນ… ທ່ານຟ້າມເຕິດທັ໋ງ ຮອງຫົວໜ້າກຳມາທິການວັດທະນະທຳ, ສຶກສາ, ຊາວໜຸ່ມ ແລະ ເຍົາວະຊົນຂອງສະພາແຫ່ງຊາດ ຊີ້ແຈ້ງວ່າ:

        “ງານບຸນມີລັກສະນະມູນເຊື້ອ, ໃນນັ້ນມີປັດໃຈວັດທະນະທຳ. ໃນການເຄື່ອນໄຫວຈັດຕັ້ງງານບຸນ ສິ່ງໃດບໍ່ເໝາະສົມ ພວກເຮົາຕ້ອງປັບປຸງແກ້ໄຂ, ຈັດຕັ້ງໃຫ້ສອດຄ່ອງ ຖືກຕ້ອງຕາມຮີດຄອງປະເພນີ “

ຕອບກັບ

ຂ່າວ/ບົດ​ອື່ນ