ຮ່ວມແຮງຮ່ວມໃຈເຮັດອະນາໄມສິ່ງແວດລ້ອມຢູ່ບໍລິເວນແຄມແມ່ນໍ້າແດງ ແລະ ຂົວລອງບຽນ

(VOVWORLD) -      ໃນລະຫວ່າງວັນທີ 12 – 13 ຕຸລາ, ຄະນະຜູ້ແທນສະຫະພາບເອີຣົບ ພ້ອມດ້ວຍ ອົງການ Keep Hanoi Clean  ໄດ້ສົມທົບກັນຈັດຕັ້ງບັ້ນເກັບຂີ້ເຫຍື້ອ, ທໍາຄວາມສະອາດຢູ່ບໍລິເວນແຄມແມ່່ນໍ້າແດງ ແລະ ຂົວລອງບຽນ.
ຮ່ວມແຮງຮ່ວມໃຈເຮັດອະນາໄມສິ່ງແວດລ້ອມຢູ່ບໍລິເວນແຄມແມ່ນໍ້າແດງ ແລະ ຂົວລອງບຽນ - ảnh 1 ບັນດາພາລະກອນ ຂອງຄະນະຜູ້ຕາງໜ້າສະຫະພາບເອີຣົບ ແລະ ນັກອາສາສະໝັກປະມານ 200 ຄົນ 

ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດ ສັບປະດາການທູດດິນຟ້າອາກາດ ເອີຣົບ 2019. ເຂົ້າຮ່ວມບັ້ນເຄື່ອນໄຫວນີ້ ມີທ່ານເອກອັກຄະລັດຖະທູດ Giorgio Aliberti ຂອງຄະນະຜູ້ຕາງໜ້າສະຫະພາບເອີຣົບປະຈໍາ ຫວຽດນາມ,  ບັນດາພາລະກອນ ຂອງຄະນະຜູ້ຕາງໜ້າສະຫະພາບເອີຣົບ ແລະ ນັກອາສາສະໝັກປະມານ 200 ຄົນ. ເພື່ອນ ຫງວຽນຖຸ໊ຍຮ່ຽນ, ນັກອາສາສະໝັກ ທີ່ເຂົ້າຮ່ວມບັ້ນເຄື່ອນໄຫວນີ້ ແບ່ງປັນວ່າ:

        “ນ້ອງຄິດວ່າ ບັນດາການເຄື່ອນໄຫວແບບນີ້ແມ່ນດີຫຼາຍ, ມັນໄດ້ດຶງດູດການເຂົ້າຮ່ວມຂອງສະມາຊິກຊາວໜຸ່ມ, ໄວໜຸ່ມ ຫຼືນັກສຶກສາ. ພວກເພື່ອນກໍສາມາດຕອບສະໜອງ ແລະ ແຜ່ຂະຫຍາຍເຫດການນີ້ເຖິງຍາດຕິພີ່ນ້ອງຂອງຕົນຫຼາຍກວ່າ. ພາຍຫຼັງເຫດການນີ້, ນ້ອງຈະຕັ້ງໜ້າຕອບສະໜອງເຫດການ Zero waste - ຈໍາຈັດການນໍາໃຊ້ສິ່ງເສດເຫຼືອຢາງພະລາດສະຕິກໃຫ້ຫຼາຍຂຶ້ນ ແລະ ນ້ອງຈະຊ່ວນໝູ່ຂອງຕົນພ້ອມກັນມາຕອບສະໜອງເຫດການນີ້”.

        ໃນຂອບເຂດການເຄື່ອນໄຫວດັ່ງກ່າວ, ເຂດຊຸມຊົນກໍໄດ້ຮັບບັນດາຖັງໃສ່ຂີ້ເຫຍີ້ອຂະໜາດໃຫຍ່ ແລະ ບັນດາຄອບຄົວຈະແບ່ງປັນໜ້າທີ່ປະຈໍາວັນ ເພື່ອຜິດຊອບເອົາບັນດາຖັງໃສ່ຂີ້ເຫຍື້ອຂະໜາດໃຫຍ່ອອກໄປບ່ອນເກັບຂີ້ເຫຍື້ອໄດ້ຢ່າງສະດວກກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ