ຮ່ວມແຮງຮ່ວມໃຈໜູນຊ່ວຍພໍ່ແມ່ປະຊາຊົນບັນດາແຂວງພາກກາງຖືກເສຍຫາຍຍ້ອນພາຍຸ Doksuri

(VOVWORLD) - ພ້ອມກັນແບ່ງປັນບັນດາຄວາມຫຍຸ້ງຍາກ, ຄວາມເສຍຫາຍຂອງ ພໍ່ແມ່ປະຊາຊົນ ບັນດາແຂວງພາກກາງ ຍ້ອນພາຍຸ Doksuri ກໍ່ຂຶ້ນ, ວັນທີ 18 ກັນຍາ, ນະຄອນ ຮ່າໂນ້ຍ ໄດ້ສະໜັບສະໜນູນຈຳນວນເງິນ 7 ຕື້ດົ່ງ ໃຫ້ບັນດາແຂວງພາກກາງ. 
ຮ່ວມແຮງຮ່ວມໃຈໜູນຊ່ວຍພໍ່ແມ່ປະຊາຊົນບັນດາແຂວງພາກກາງຖືກເສຍຫາຍຍ້ອນພາຍຸ Doksuri - ảnh 1 ການເລ້ຍລາຍເງິນສະໜັບສະໜູນປະຊາຊົນຖືກຜົນສະທ້ອນຈາກພາຍຸຢູ່ພາກກາງ

ຕາມນັ້ນແລ້ວ, ໜູນຊ່ວຍ 2 ແຂວງທີ່ຖືກຜົນສະທ້ອນໜັກໜ່ວງທີ່ສຸດແມ່ນ ຮ່າຕິ້ງ ແລະ ກວາງບີ່ງ, ແຕ່ລະແຂວງ 1,5 ຕື້ດົ່ງ, ໜູນຊ່ວຍ 4 ແຂວງ ແມ່ນ: ແທງຮ໋ວາ, ເງະອານ, ກວາງຈີ້, ເທື່ອທຽນ -ເຫ້ວ, ແຕ່ລະແຂວງຈຳນວນເງິນ 1 ຕື້ດົ່ງ.

        ແລະກໍ່ໃນວັນດຽວກັນ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງພິທີປຸກລະດົມ ບໍລິຈາກເງິນສະໜັບສະໜູນປະຊາຊົນບັນດາແຂວງພາກກາງ ທີ່ຖືກເສຍຫາຍຍ້ອນພາຍຸ Doksuri ກໍ່ຂຶ້ນ. ສູນກາງຊາວໜຸ່ມໄດ້ຮຽກຮ້ອງພະນັກງານ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານໃນອົງການສູນກາງຊາວໜຸ່ມ ປະກອບເງິນເດືອນຢ່າງໜ້ອຍສຸດແມ່ນໜຶ່ງວັນ ເພື່ອສະໜັບສະໜູນ, ໜູນຊ່ວຍພໍ່ແມ່ປະຊາຊົນບັນດາແຂວງທາງທິດເໜືອພາກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ