ຮວ່າງລຽນເຊີນແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ເມື່ອບໍ່ດົນມານີ້, ວາລະສານທີ່ມີຊື່ສຽງ National Geographic ຂອງອາເມລິກາ ໄດ້ປະກາດ Top 28 ສະຖານທີ່ທ່ອງທ່ຽວທີ່ດູດດື່ມທີ່ສຸດໃນໂລກປີ 2019
ຮວ່າງລຽນເຊີນແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ - ảnh 1ຈອມພູຟານຊີປັງໃນ ຮ່ວາງລຽນເຊີນ 

ຮ່ວາງລຽນເຊີນ, ຊາປາຂອງຫວຽດນາມ ຖືກຈັດອັນດັບທີ 7 ໃນຕາຕະລາງຈັດອັນດັບນີ້ , ພ້ອມທັງໄດ້ຮັບການຄັດເລືອກແມ່ນ ສະຖານທີ່ທ່ອງທ່ຽວທີ່ດູດດື່ມທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້. ໃນພາກແນະນຳກ່ຽວກັບຮ່ວາງລຽນເຊີນ, ວາລະສານທີ່ມີຊື່ສຽງ National Geographic ໄດ້ພັນລະນາວ່າ ເຂດພູສູງທາງທິດຕາເວັນຕົກພາກເໜືອຫວຽດນາມ ຍັງຄົງຮັກສາຄວາມຮົກເຮື້ອຊຶ່ງມີຄວາມແຕກຕ່າງກັນຫຼາຍເມື່ອທຽບໃສ່ຕົວເມືອງຮ່າໂນ້ຍທີ່ອຶກກະທຶກຄຶກຄົມ, ເຖິງວ່າຫ່າງຈາກນະຄອນຫຼວງຮ່າໂນ້ຍພຽງປະມານ 313 ກມ ໄປທາງທິດຕາເວັນອອກສ່ຽງເໜືອເທົ່ານັ້ນ

ຕອບກັບ

ຂ່າວ/ບົດ​ອື່ນ