ຮອງນາຍົກລັດຖະມົນ ຫງວຽນຊວນຟຸກ ຢ້ຽມຢາມສຳນັກ ສັງຄະລາດໃຫຍ່ນະຄອນ ໂຮ່ຈິມິນ

ຮອງນາຍົກລັດຖະມົນ ຫງວຽນຊວນຟຸກ ຢ້ຽມຢາມສຳນັກ ສັງຄະລາດໃຫຍ່ນະຄອນ ໂຮ່ຈິມິນ - ảnh 1
ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ພະຄາດີນັນ ຝ້າ​ມມິນ​​ເມີ້ນ ຫົວໜ້າ​ສະພາ​ສັງຄະ​ລາດ​ເຂດ​ຊາວ​ຄຼິດນະຄອນ​ໂຮ່ຈິ​ມິນ (ພາບ: chinhphudientu)

Vovworld- ​ເນື່ອງ​ໃນ​ໂອກາດ​ວັນ​ບຸນ​ຄິຼດສມາດ ຄ.ສ 2012, ຕອນ​ຄ່ຳ​ວັນ​ທີ 14/12, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ລົງ​ຢ້ຽມຢາມ​ສຳນັກ​ສັງຄະ​ລາດ​​ໃຫຍ່ເຂດ​ຊາວ​ຄຼິດນະຄອນ ​ໂຮ່ຈິ​ມິນ​ ​ແລະ ສະມາຄົມ​ສາ​ສະໜາ​ໂປ​ແຕັດ​ຕັງຫວຽດນາມ​ສາຂາ​ພາກ​ໃຕ້ ທີ່​ນະຄອນ​ໂຮ່ຈີ​ມິນ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ລາຄາ​ສູງ​ການ​ປະກອບ​ສ່ວນຂອງ​ພໍ່​ແມ່​ພີ​ນ້ອງ​ຊາວ​ຄຼິດ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ສ້າງສາ​ປະ​ເທດ​ຊາດ. ​ໃນ​ປີຜ່ານມາ, ​ເຖິງ​ວ່າ​ປະ​ເທດ​ຊາດ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ກໍ​ຕາມ​, ​ແຕ່ ພໍ່​ແມ່​ພີ​ນ້ອງ​ຊາວ​ຄຼິດ​ໄດ້​ມີ​ຄວາມ​ສາມັກ​ຄີ​, ຊ່ວຍ​ເຫຼືອ​ຊຶ່ງ​ກັນ ​ແລະ ກັນ, ພ້ອມ​ກັບ​ພັກ, ລັດ​ນຳ​ປະ​ເທດ​ຊາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກ ສະ​ແດງ​ຄວາມ​ຫວັງ​ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ພະຄາດີນັນ ຝ້າ​ມມິນ​​ເມີ້ນ ຫົວໜ້າ​ສະພາ​ສັງຄະ​ລາດ​ເຂດ​ຊາວ​ຄຼິດນະຄອນ​ໂຮ່ຈິ​ມິນ, ຫົວໜ້າ​ ສະມາຄົມ​ສາ​ສະໜາ​ໂປ​ແຕັດ​ຕັງຫວຽດນາມ​ສາຂາ​ພາກ​ໃຕ້ ພ້ອມ​ກັບ​ບັນດາ​ຜູ້​ມີ​ຍົດ​ສັກ​ຕຳ​ແໜ່​ງທາງ​ສາສະໜາ ຈະ​ສືບ​ຕໍ່​ນຳພາຊາວ​ຄຼິດ ສືບ​ຕໍ່​ປະກອບສ່ວນ​ຫຼາຍ​ກ່ວາ​ອີກ​ເຂົ້າ​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ​ໃຫ້​ຮັ່ງມີ​ສວຍ​ງາມ
ຂ່າວ/ບົດ​ອື່ນ