ຮອງນາຍົກລັດຖະມົນຕີ Hoang Trung Hai ຕ້ອນຮັບການນຳ IAEA

ຮອງນາຍົກລັດຖະມົນຕີ Hoang Trung Hai ຕ້ອນຮັບການນຳ IAEA - ảnh 1
ທ່ານ Denis Flory, ຮອງ​ປະທານ​ IAEA ແລະ ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai
(ພາບ: VGP/Nguyên Linh)

(vovworld) – ຕອນ​ເຊົ້າວັນ​ທີ 26/6, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ Hoang Trung Hai ​ໄດ້​​ໃຫ້ການ​ຕ້ອນຮັບ​ທ່ານ Denis Flory, ຮອງ​ປະທານ​ອົງການ​ພະລັງງານ​ປະລະມານູ​ສາກົນ (ຫຼື IAEA) ພ້ອມ​ດ້ວຍ​ຄະນະ​ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ຢືນຢັນ​ວ່າ: ​ແຜນ​ນະ​ໂຍບາຍ​ພັດທະນາ​ພະລັງງານ​ປະລະມານູ ​ເພື່ອ​ຈຸດປະສົງ​ສັນຕິພາບ​ຂອງ​ຫວຽດນາມ, ພັດທະນາ​ພື້ນຖານ​ເສດຖະກິດ​ຂຽວ, ຍືນ​ຍົງ, ​ເລື່ອງ​ຜັນ​ຂະຫຍາຍ​ບັນ​ດາ​ໂຄງ​ງານ​ໄຟຟ້າ​ນິວ​ເຄຼຍ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາປະຕິບັດ​ບັນດາ​ສົນ​ທິສັນ​ຍາ​ສາກົນ ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ​​ໃນ​ການ​ພັດທະນາ​ນິ​ວເຄຼຍ ​ເຊິ່ງຫວຽດນາມ ​ເຂົ້າ​ຮ່ວມ. ບົນ​ພື້ນຖານ​ນັ້ນ, ຫວຽດນາມ ຫວັງ​ວ່າ: ອົງການ​ພະລັງງານ​ປະລະມານູ​ສາກົນ​ສືບ​ຕໍ່​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ຫວຽດນາມ ປະຕິບັດ​ຈຸດໝາຍ​ຍຸດ​ທະ​ສາດ​ນີ້.

ທ່ານ Denis Flory ​ໃຫ້​ຮູ້​ວ່າ: ຈຸດປະສົງ​ຂອງ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມຄັ້ງ​ນີ້ ​ແມ່ນ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ​ແລະ ປຶກສາ​ຫາລື​ບັນ​ດາ​ມາດ​ຕະການ​ໜູນ​ຊ່ວຍ​ເພີ່ມ​ທະວີ​ຄວາມ​ສາມາດ ​ແລະ ສິດ​ອຳ​ນາດຂອງ​ອົງການ​ນິຕິ​ກຳ ດ້ານນິວ​ເຄຼຍຢູ່​ຫວຽດນາມ, ຮັບ​ໃຊ້​ໃຫ້​ແກ່​ການ​ຄຸ້ມ​ຄອງ, ພັດທະນາ​ບັນດາ​ໂຮງງານ​ນິວ​ເຄຼຍຢູ່​ຫວຽດນາມ.

ທ່ານ Denis Flory ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ ກໍ​ໄດ້​ສະ​ເໜີ ​ແລະ ​ແລກປ່ຽນ​ກັບ​ທ່ານ​ຮອງນາຍົກລັດຖະມົນຕີ Hoang Trung Hai ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ພື້ນຖານ​ໂຄງ​ລ່າງ​ທີ່​ປອດ​ໄພ, ຮັບ​ໃຊ້​ໂຄງການ​ໄຟຟ້າ​ນິວ​ເຄຼຍ, ​ໃນ​ນັ້ນ​ມີ​ການ​ກໍ່ສ້າງ​ອົງການນິຕິ​ກຳ​ດ້ານນິວ​ເຄຼຍ​ເອກະ​ລາດ​ຂອງ​ຫວຽດນາມ​ໃຫ້​ສຳ​ເລັດ​ບໍລິ​ບູນ.

ຂ່າວ/ບົດ​ອື່ນ