ຮອງນາຍົກລັດຖະມົນຕີ Hoang Trung Hai ຕ້ອນຮັບປະທານ CEO Foval group ຍີ່ປຸ່ນ

ຮອງນາຍົກລັດຖະມົນຕີ Hoang Trung Hai ຕ້ອນຮັບປະທານ CEO Foval group ຍີ່ປຸ່ນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai
ຕ້ອນຮັບ​ທ່ານ Hideo Okubo, ​ປະທານ CEO Foval group
(ພາບ: vietnamplus.vn)


(vovworld) -     ວັນ​ທີ 25/10, ທີ່​ການຕ້ອນຮັບ​ທ່ານ Hideo Okubo, ​ປະທານ CEO Foval group ທັງ​ເປັນ​ປະທານຄະນະ​ກຳມະການ​ພິ​ເສດໜູນ​ຊ່ວຍ​ການຫັນ​ບໍລິສັດ​ຂະໜາດ​ກາງ ​ແລະ ນ້ອຍ​ຂອງສະຫະ​ສະມາຄົມວິສາຫະກິດ​ຍີ່ປຸ່ນ​ເປັນ​ທົ່ວ​ໂລກ, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ເນັ້ນ​ໜັກ​ວ່າ, ລັດຖະບານ​ຫວຽດນາມ ພວມ​ສຸມ​ໃສ່​ກໍ່ສ້າງ ​ແລະ ພັດທະນາ​ຂະ​ແໜງ​ອຸດສາຫະກຳ​ສຳຮອງ​ເພື່ອ​ສຳ​ເລັດ​ເປົ້າ​ໝາຍ​ຫຼຸດຜ່ອນ​ການ​ນຳ​ເຂົ້າ​ເກີນ​ດຸ​ນ, ປະກອບ​ສ່ວນ​ນຳຫວຽດນາມ ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ໃນ​ປີ 2020. ຫວຽດນາມ ​ໄດ້​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​​ດຶງ​ດູດ​ການ​ລົງທຶນ ​ແລະ ສ້າງ​​ເງື່ອນ​ໄຂ​ສະດວກ​ທ່ີ​ສຸດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ຂະຫຍາຍ​ການ​ລົງທຶນ, ​ໃນ​ນັ້ນ​ມີ​ວິ​ສາ​ຫະກິດ​ຍີ່ປຸ່ນ. ສ່ວນ​ທ່ານ Hideo Okubo ​ຖື​ວ່າ: ​ເລື່ອງ​ກໍ່ສ້າງ​ບັນດາ​ເຂດ​ອຸດສາຫະກຳ​ຢູ່​ຫວຽດນາມ ຕ້ອງປະຕິບັດຕາ​ມມາດຖານ​ຂອງເຂດ​ອຸດສາຫະກຳ​ສົມທົບ​ກັບ​ເຂດ​ຕົວ​ເມືອງ. ຍີ່​ປຸ່ນ ພວມ​ລົງທຶນ​ເຂົ້າ​ໃນ​ບັນດາ​​ເຂດ​ອຸດສາຫະກຳ​ຢູ່​ນະຄອນ​ Hai Phong, Ba Ria – Vung Tau ​ແລະ ປາດ​ຖະໜາ​ຢາກ​ເປີດ​ກວ້າງ​ການ​ລົງທຶນ​​ເຂົ້າ​ໃນ​​ນະຄອນ​ອື່ນໆ​ຂອງ​ຫວຽດນາມ ຫຼາຍ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ