ຮອງນາຍົກລັດຖະມົນຕີ Hoang Trung Hai ເຮັດວຽກກັບ ການນຳຫຼັກແຫຼ່ງແຂວງ ຮ່ວາບິນ

ຮອງນາຍົກລັດຖະມົນຕີ Hoang Trung Hai ເຮັດວຽກກັບ ການນຳຫຼັກແຫຼ່ງແຂວງ ຮ່ວາບິນ - ảnh 1
ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai

(vovworld) - ວັນ​ທີ 28/6, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ​ໄດ້​​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ ຮ່ວາ​ບິນ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ. ກ່າວ​ຄຳ​ເຫັນ​ທີ່ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ຕີ​ລາຄາ​ສູງ​ບັນດາຜົນງານ​ທີ່​ແຂວງ ຮ່ວາ​ບິນ​ ບັນລຸ​ໄດ້​ໃນ 6 ​ເດືອນ​ຜ່ານ​ມາ. ​ເຖິງ​ວ່າ​ແມ່ນ​ແຂວງ​ພູດ​ອຍ, ​ແຕ່​ທາງ​ແຂວງ ​ໄດ້​ມີ​ບັນດາ​ບາດກ້າວ​ຫັນ​​ໂຄງ​ປະກອບ​ເສດຖະກິດ ຈາກ​ກະສິກຳ ຫັນ​ໄປ​ສູ່​​ອຸດສາຫະກຳ, ອັດຕາ​ຄົນ​ທຸກ​ຍາກ​ອຶດຫິວ​ໄດ້​ຫຼຸດ​ລົງ​ຍັງ​ເຫຼືອ​ເກືອບ 27%, ຮັບປະກັນ​ຈຸດໝາຍ​ກ່ຽວ​ກັບ​ການ​ຮັບປະກັນ​ຊີວິດສັງ​ຄົມ. ທ່າ​ນຮອງ​ນາຍົກ​ລັດຖະມົນຕີ​ສະ​ເໜີ​ໃຫ້​ແຂວງ ຮ່ວາ​ບິນ ຄວນ​ປະຕິບັດ​ບັນດາ​ມາດ​ຕະການພັດທະນາ​ເສດຖະກິດ ຄື​ແນວ​ໃດ​​ໃຫ້​ສົມ​​ເປັນ​ແຂວງ​ຢູ່​ທິດ​ຕາ​ເວັນ​ຕົກ​ຂອງ​ນະຄອນຫຼວງ. ​ແຂວງ​ຄວນ​ກວດກາ​ຄືນ​ການວາງ​ແຜນ​ກຳນົດ​ຕົວ​ເມືອງ, ຜະລິດ​ອຸດສາຫະກຳ, ກະສິກຳ, ປັບປຸງ​ສະພາບ​ແວດລ້ອມ​ແຫ່ງ​ການ​ລົງທຶນ ດ້ວຍ​ເລື່ອງ​ປະຕິ​ຮູບ​​ລະບຽບ​ການ​ບໍລິຫານ ​ເພື່ອ​ຮຽກ  ຮ້​ອງການ​ລົງທຶນ, ສົມທົບ​ບັນດາ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ, ຫຼີກ​ລ້ຽງ​ການ​​ຊ້ອນ​ກັນ ​ເພື່ອ​ຮັບປະກັນ​​ໃຫ​້ປະຊາຊົນ​ມີ​ຊີວິດ​​ດີ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ