ຮອງນາຍົກລັດຖະມົນຕີ Nguyen Thien Nhan ຕ້ອນຮັບການນຳ ສະພາ Olympic ອາຊີ

ຮອງນາຍົກລັດຖະມົນຕີ Nguyen Thien Nhan ຕ້ອນຮັບການນຳ ສະພາ Olympic ອາຊີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan
​ຕ້ອນຮັບທ່ານ​ຮອງ​ປະທານ​ກິ​ຕິ​ມະ​ສັກ​ສະພາ Olympic ອາຊີ Wei Jizhong
(ພາບ: vietnamplus.vn)

(vovworld) -     ວັນ​ທີ 25/10, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ໃຫ້ການ​ຕ້ອນຮັບທ່ານ​ຮອງ​ປະທານ​ກິ​ຕິ​ມະ​ສັກ​ສະພາ Olympic ອາຊີ Wei Jizhong ທີ່​ພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແຕ່​ວັນ​ທີ 23 – 26/10 ​​ເພື່ອ​ສຳຫຼວດພື້ນຖານ​ໂຄງ​ລ່າງ​ໃນ​ການ​ຂົນຂວາຍ​ເປັນ​ເຈົ້າພາບຈັດ​ງານ​ມະຫາ​ກຳກິລາ​ອາຊີ (ASIAD) ຄັ້ງ​ທີ 18 ​ໃນ​ປີ 2019. ​ໃນ​ຫຼາຍ​ປີ​ຜ່ານ​ມາ, ຫວຽດນາມ ​ໄດ້​ມີ​ການ​ລົງທຶນ​ຫຼາຍ​ພໍ​ສົມຄວນ ​ແລະ ​​ໄດ້ຮັບ​ຜົນງານ​ຕ່າງໆໃນ​ງານ​ມະຫາ​ກຳ​ກິລາ ​ແລະ ບັນດາ​ການ​ແຂ່ງ​ຂັນ​ຕ່າງໆ. ຈາກ​ບັນດາ​ຜົນສຳ​ເລັດ​ນັ້ນ,  ທ່ານ​ຮອງ​ນາຍົກລັດຖະມົນຕີ ​​ນັ້ນ​ໜັກ​ວ່າ: ຫວຽດນາມ ມີ​ແຫຼ່ງກຳລັງ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ພຽງພໍ​ເພື່ອ​ເປັນ​ເຈົ້າພາບຈັດ​ ASIAD 18 ​ໃນ​ປີ 2019 ຢູ່​ຫວຽດນາມ​ສຳ​ເລັດຜົນ. ທ່ານຮອງ​ປະທານ​ກິ​ຕິ​ມະ​ສັກ​ສະພາ Olympic ອາຊີ  Wei Jizhong, ​​ຖື​ວ່າ: ​ເລື່ອງ​ຈັດ​ຕັ້ງ ASIAD 18 ຢູ່​ຫວຽດນາມ ບໍ​່ພຽງ​ແຕ່​ມີ​ຄວາມ​ໝາຍ​ທາງ​ດ້ານ​ກິລາ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ລັກສະນະ​ການ​ເມືອງ​ທີ່​ໃຫຍ່​ຫຼວງ​ອີກ​ດ້ວຍ. ດ້ວຍ​ການ​ກະກຽມ​ຢ່າງ​ຮອບ​ຄອບ​ຖີ່​ຖ້ວນ, ທ່ານ​ Wei Jizhong ເຊື່ອ​ໝັ້ນ​ວ່າ ຫວຽດນາມ ຈະ​ຍາດ​ໄດ້​ສິດ​ເປັນ​ເຈົ້າພາບຈັດ​ຕັ້ງ ASIAD 18.

ຂ່າວ/ບົດ​ອື່ນ