ຮອງນາຍົກລັດຖະມົນຕີ Nguyen Thien Nhan ຕ້ອນຮັບຜູ້ວ່າການລັດ Hessen, ເຢຍລະມັນ

ຮອງນາຍົກລັດຖະມົນຕີ Nguyen Thien Nhan ຕ້ອນຮັບຜູ້ວ່າການລັດ Hessen, ເຢຍລະມັນ - ảnh 1
ພິທີລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​
ການ​ຮ່ວມ​ມື​ພິ​ເສດ​ລະຫວ່າງ​ຫວຽ​ດນາມ ​ແລະ ລັດ Hessen
(ພາບ: chinhphu.vn)


(vovworld) -     ວັນ​ທີ 4/10, ຢູ່​ທີ່​ຮ່າ​ໂນ້ຍ, ​ໃນ​ການ​ຕ້ອນຮັບ​ຜູ້​ວ່າການ​ລັດ Hessen ​ແຫ່ງສາທາລະນະ​ລັດສະຫະພັນ​ເຢຍລະ​ມັນ ທ່ານ Volker Bouffier ທີ່​ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ຫວັງ​ວ່າ ອຳນາດ​ການ​ປົກຄອງ​ລັດ Hessen ສືບ​ຕໍ່​ສົ່ງ​ເສີມ, ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ເຂົ້າ​ມາ​ຫວຽດນາມ ລົງທຶນ​ດຳ​ເນີນ​ທຸ​ລະ​ກິດ ກໍ​ຄື​ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ທີ່​ພວມ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ລັດ Hessen. ທ່ານ​ຮອງ​ນາຍົກລັດຖະ​ມົນຕີ ​ໄດ້​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ຫວຽດນາມ ​ໃນ​ການກໍ່ສ້າງ ​ແລະ ພັດທະນາ​ມະຫາວິທະຍາ​ໄລ ຫວຽດນາມ - ​ເຢຍລະ​ມັນ ​ໃຫ້​ກ່າຍ​ເປັນ​ມະຫາວິທະຍາ​ໄລ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ. ຄາ​ດວ່າ​ຮອດ​ປີ 2016 ​ໂຮງຮຽນ​​ແຫ່ງ​ນີ້ຈະ​ຖືກນຳ​ເຂົ້າ​ເຄື່ອນ​ໄຫວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ​ສະ​ເໜີ​ໃຫ້​ອຳນາດ​ການ​ປົກຄອງ​ລັດ Hessen ສືບ​ຕໍ່​ສະໜັບສະໜູນ ສ້າງ​ຕັ້ງ​ສູນ​ບຳລຸງ​ສ້າງ​ວິຊາອາຊີບ​ຢູ່​​ພາກ​ເໜືອ ​ເພື່​ອ​ແນ​ໃສ່​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ​ຂອງ​ຫວຽດນາມ ພ້ອມ​ທັງ​ສະໜອງ​ຄົນ​ງານ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ເຢຍລະ​ມັນ ​ແລະ ຕ່າງປະ​ເທດ​ທີ່​ພວມ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ.

        ພາຍຫຼັງ​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ແລະ ຜູ້​ວ່າການ​ລັດ Hessen, Volker Bouffier ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ພິ​ເສດ​ລະຫວ່າງ​ຫວຽ​ດນາມ ​ແລະ ລັດ Hessen. ​ເນື້ອ​ໃນ​ຂອງ​ບົດ​ບັນ​ທຶກ​ຊ່ວຍ​ຈຳ ຊີ້​ແຈ້ງວ່າ ສອງ​ຝ່າຍ​ຈະ​ຊຸກຍູ້​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື; ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ພື້ນຖານ​ໂຄງ​ລ່າງ, ວິທະຍາສາດ, ​ເຕັກນິກ, ​ເຕັກ​ໂນ​ໂລ​ຊີ, ຄົມມະນາຄົມ​ຂົງສົ່ງ, ວັດທະນະທຳ, ການ​ສຶກສາ​ບຳລຸງ​ສ້າງ, ກິລາ ​ແລະ ທ່ອງ​ທ່ຽວ.

ຂ່າວ/ບົດ​ອື່ນ