ຮອງນາຍົກລັດຖະມົນຕີ Nguyen Thien Nhan ຕ້ອນຮັບຮອງນາຍົກລັດຖະມົນຕີ ສ. ບຸນກາລີ

ຮອງນາຍົກລັດຖະມົນຕີ Nguyen Thien Nhan ຕ້ອນຮັບຮອງນາຍົກລັດຖະມົນຕີ ສ. ບຸນກາລີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan
ຕ້ອນຮັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ເງິນ ສ.ບຸນ​ກາລີ
(ພາບ: chinhphu.vn)

(vovworld) -     ວັນ​ທີ 18/10, ຢູ່​ສຳນັກງານ​ລັດຖະບານຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ເງິນ ສ.ບຸນ​ກາລີ Simeon Dyankov ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ຖື​ວ່າ ການ​ພົວພັນ​ລະ​ຫວ່າງ​ຫວຽດນາມ - ບຸນ​ກາລີ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ດ້ວຍ​ບັນດາ​​ໂຄງການ​ຮ່ວມ​ມື​​ໃນ​ຫຼາຍ​ຂົງ​ເຂດຢ່າງ​ລະອຽດ. ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ ຂໍ້​ລິ​ເລີ່ມ​ຮ່ວມຂອງ​ສອງ​ປະ​ເທດ​ກ່ຽວ​ກັບ​ຮູບ​ແບບ​ຮ່ວມ​ມື​ເສດຖະກິດ​ໃໝ່​ຈະ​ສ້າງ​ກຳລັງ​ໜູນ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ພັດທະນາ​ຂຶ້ນ​ສູ່ລະດັບ​ສູງ​ໃໝ່, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ​ກວ່າ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ, ບັນດາ​ອົງການ​ທີ່​ກ່ຽວຂ້ອງຂອງ​ບຸນ​ກາລີ ສືບ​ຕໍ່​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ຫວຽດນາມ ຢ່າງ​ແໜ້ນ​ແຟ້ນ, ​ໂດຍ​ສະ​ເພາະ​​ແມ່ນ​ກະຊວງ​ອຸດສາຫະກຳ​ການ​ຄ້າ ​ເພື່ອ​ລົງ​ນາມ​​ໃນຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ກ່ຽວ​ກັບ​ຮູບ​ແບບ​ຮ່ວມ​ມື​ໃໝ່​ໃນ​ປີ 2012.

ທ່ານ​ຮອງ​ນາຍົກລັດຖະມົນຕີ Simeon Dyankov ​ໄດ້​ເນັ້ນ​ໜັກ​ວ່າ ຍາມ​ໃດບຸນ​ກາລີ ກໍ​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ; ​ໃນ​ໄລຍະ​ຈະ​ມາ​ເຖິງ, ບຸນ​ກາລີ ຈະ​ຫັນ​ບັນດາ​ຂໍ້​ຕົກລົງ, ຮ່ວມ​ມື​ເຊິ່ງບັນລຸ​ໄດ້​ກັບ​ຫວຽດນາມ ​ໃນ​ການ​ຢ້ຽມຢາມ ແລະ ​ເຮັດວຽກ​​ຄັ້ງ​ນີ້​​​ເປັນ​ລະອຽດ.

ຂ່າວ/ບົດ​ອື່ນ