ຮອງນາຍົກລັດຖະມົນຕີ Nguyen Thien Nhan ລົງຢ້ຽມຢາມ ຜູ້ມີຄຸນງາມຄວາມດີ ຫາຍຟ່ອງ

ຮອງນາຍົກລັດຖະມົນຕີ Nguyen Thien Nhan ລົງຢ້ຽມຢາມ ຜູ້ມີຄຸນງາມຄວາມດີ ຫາຍຟ່ອງ - ảnh 1
ພາບປະກອບ

(vovworld) – “ປະ​ເທດ​ຫວຽດນາມ ​ຈະ​ຈາລຶກ​ການ​ເສຍສະຫຼະ, ການ​ອຸທິດ​ສ່ວນ​ອັນ​​ໃຫຍ່​ຫຼວງ​ຂອງ​ບັນດາ​​ນັກຮົບວິລະ​ຊົນ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ບັນດາ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ຕະຫຼອດ​ໄປ”. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ​ໄດ້​ເນັ້ນ​ໜັກ​ຄື​ແນວ​ນັ້ນ ທີ່​ພິທີ​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຜູ້​ມີ​ຄຸນງາມຄວາມດີ​, ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນດີ​ເດັ່ນ ​ໄດ້​ໜູນ​ຊ່ວຍ​ໃຫ້​ແກ່​ກອງ​ທຶນ “ຕອບ​ບຸນ​ແທນ​ຄຸນ” ຂອງ​ນະຄອນ ຫາຍ​ຟ່ອງ ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ເມື່ອ​ຕອນ​ຄຳ່​ວັນ​ທີ 23/7 ຢູ່ ຫາຍ​ຟ່ອງ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ​ໄດ້​ຕັກ​ເຕືອນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ນະຄອນ ຫາຍ​ຟ່ອງ ຄວນສືບ​ຕໍ່​ປະຕິບັດ​ບັນດາ​ຄຳ​ສັ່ງ​ຂອງ​ສູນ​ກາງ​ກ່ຽວກັບ​ການ​ເພີ່ມ​ທະວີ​ວຽກ​ງານ​ຊີ້​ນຳ​ເປັນ​ຢ່າງ​ດີ, ​ເບິ່ງ​ແຍງ​ດູ​ແລ​ຕໍ່ຜູ້​ມີ​ຄຸນງາມຄວາມດີ, ຮັບປະກັນ​ເພື່ອ​ໃຫ້​ລະດັບ​ຄອງ​ຊີບ​ຂອງຜູ້​ມີ​ຄຸ​ນງາມ​ຄວາມ​ດີ​ຕ້ອງ​ທຽບ​ເທົ່າ ຫຼື ສູງ​ກ່ວາລະ​ດັບ​ປານ​ກາງຂອງ​ທ້ອງ​ຖິ່ນ.

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່​ນະຄອນ ຫາຍ​ຟ່ອງ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ລົງ​ເຮັດ​ວຽກ​ກັບ​ກອງ​ບັນຊາ​ການ​ກອງທັບ​ເຮືອ, ຢ້ຽມຢາມ​ບາງ​ວິ​ສາ​ຫະກິດຂອງ​ທະຫານ​ເສຍ​ອົງຄະ, ຄອບຄົວ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຄອບຄົວ​ທະຫານ​ເສຍ​ອົງຄະ.

 

ຂ່າວ/ບົດ​ອື່ນ