ຮອງນາຍົກລັດຖະມົນຕີ Nguyen Thien Nhan ເຂົ້າຮ່ວມພິທີໄຂກອງປະ ຊຸມ Rio +20

ຮອງນາຍົກລັດຖະມົນຕີ Nguyen Thien Nhan ເຂົ້າຮ່ວມພິທີໄຂກອງປະ ຊຸມ Rio +20 - ảnh 1
ກອງປະຊຸມ RIO +20 ຖືກໄຂຂຶ້ນຢ່າງເປັນທາງການ
(vovworld) - ວັນ​ທີ 20/6, ກອງ​ປະຊຸມ​ສຸດ​ຍອດ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ (ຫຼື Rio +20) ​​ໄດ້​ເລີ່​ມເຮັດ​ວຽກ​ມື້ທຳ​ອິດ ຢູ່​ນະຄອນ Rio de Janeiro ຂອງ Brazil. ກອງ​ປະຊຸມ​ປີ​ນີ້ ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ປະມຸກ​ລັດ 90 ທ່ານ ​ແລະ ຜູ້ຕາງ​ໜ້າ 191 ທ່ານ ​ໃນ​ຈຳ​ນວນ ສະມາ​ຊີກ 193 ປະ​ເທດ​ຂອງ​ສະຫະ​ປະຊາ​ຊາດ ດ້ວຍ​ຈຸດ​ສຸມຕົ້ນຕໍ​ແມ່ນ ປຶກສາ​ຫາລື ບັນດາ​ມາດ​ຕະການ​ຊຸກຍູ້​ພາລະກິດ​ລົບລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ພັດທະນາ​ແບບ​ຍືນ​ຍົງ. ຄະນະ​ຜູ້​ແທນ​ຫວຽດນາມ ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ເປັນ​ຫົວໜ້າ​ຄະນະ. ທີ່​ກອງ​ປະຊຸມ​ຢ່າງ​ເປັນ​ທາງ​ການ, ດ້ວຍ​ຫົວ​ຂໍ້​ວ່າ “ອະນາຄົດ​ທີ່​ພວກ​ເຮົາ​ມຸ້ງ​ຫວັງ”, ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ຈະ​ສຸມ​ໃສ່​ເຂົ້າ​ໃນ​ຫົວ​ຂໍ້​ຕົ້ນ​ຕໍ ​ແມ່ນ​ປັບປຸງ​ຂອບ​ເຂດ​ລະບອບລະບຽບ​ການ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ພັດທະນາ​ພື້ນຖານ​ເສດຖະກິດ​ຂຽວ​ໃນ​ສະພາບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ລົບ​ລ້າງ​ຄວາມ​ອຶດຫິວ​ທຸກ​ຍາກ. ບັນດາ​ການ​ນຳ​ໃນ​ໂລກ​ຈະປຶ​ກສາ​ຫາລື ​ແລະ ກຳນົດ​ບັນດາ​ຄາດໝາຍ ກໍ​ຄື​ບັນດາ​ຕົວ​​ເລກ​ໃໝ່ ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ປ່ຽນ​ໃໝ່​ວິທີ​ອຸປະຖຳ ​ແລະ ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ລົບ​ລ້າງ​ຮູບ​ແບບ​ຜະລິດ ​ແລະ ອຸປະ​ໂພ​ກບໍລິ​ໂພ​ກທີ່​ບໍ່​ຍືນ​ຍົງ​ຄື​ປະຈຸ​ບັນ ​ໂດຍ​ໄວ.

ຮອງນາຍົກລັດຖະມົນຕີ Nguyen Thien Nhan ເຂົ້າຮ່ວມພິທີໄຂກອງປະ ຊຸມ Rio +20 - ảnh 2
ຄະນະຫວຽດນາມ ເຂົ້າຮ່ວມກອງປະຊຸມ
(ພາບ: VGP/Tu Luong)

ແລະກໍໃນວັນ​ທີ 20/6, ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ນຳ​ໜ້າ ​ໄດ້​ເຂົ້າ​ຮ່ວມ​ພິທີ​​ໄຂ​ກອງ​ປະຊຸມ Rio + 20, ຢູ່​ນະຄອນ Rio de Janeiro ປະ​ເທດ Brazil. ຄາດ​ວ່າ, ຕອນ​ບ່າຍ​ວັນ​ທີ 21/6 (ຕາມ​ເວລາ​ທ້ອງ​ຖີ່​ນ), ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ຈະ​ມີ​ບົດ​ກ່າວ​ປາ​ໄສ​ທີ່​ສຳຄັນ, ​ເນັ້ນ​ໜັກ​​ເຖິງບັນດາ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ໃນ​10 ຜ່ານ​ມາ ກໍ​ຄື​ສະ​ແດງ​ທັດສະນະ ກ່ຽວ​ກັບ​ຍຸດ​ທະ​ສາດ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ອະນາຄົດ.

        ກ່ອນ​ໜ້າ​ນັ້ນ, ຕອນ​ຄຳວັນ​ທີ 19/6 (ຕາມ​ເວລາ​ທ້ອງ​ຖີ່​ນ), ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ປາ​ໄສ​ທີ່​ວາລະ​ປະຊຸມ ທີ່​ມີ​ຫົວ​ຂໍ້​ວ່າ “ຕີ​ລາຄາ​ພະລັງງານ​ທົ່ວ​ໂລກ” ​ໂດຍ​ໂຄງການ​ພັດທະນາ​ສະຫະ​ປະຊາ​ຊາດ (ຫຼື UNDP) ຈັດ​ຕັ້ງຂຶ້ນ. ທ່ານ​ຮອງ​ນາຍົກລັດຖະມົນຕີຢັ້ງຢືນ​ການ​ປະກອບສ່ວນ​​ສຳຄັນ​ເຂົ້າ​ໃນ​ວິວັດ​ການ​ພັດທະນາ ​ແລະ ປ່ຽນ​ໃໝ່​ຂອງ​ຫວຽດນາມ ​ແມ່ນ​ການ​ສູ້​ຊົນ​ຂອງ​ຫຼາຍ​ຂະ​ແໜງ​ການ, ທ້ອງ​ຖີ່​ນ, ວົງ​ຄະນະ​ຍາດ, ​ໃນ​ນັ້ນ​ຂະ​ແໜງ​ພະລັງງານ​ມີ​ບົດບາດ​ສຳຄັນ​ທີ່​ສຸດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂອບ​ຂະໜາດ ​ແລະ ປະສິດທິ​ຜົນ​ຂອງ​ຂະ​ແໜງ​ພະລັງງານ​ຍັງ​ຕຳ່​ຢູ່, ມັນສະ​ແດງ​ໃຫ້​ເຫັນ​ຢູ່​ຕົວ​ເລກ​ຄາດໝາຍ ສະ​ເລ່ຍ​​ໃສ່​ຫົວ​ຄົນ​ຍັງ​ຕຳ່ ​ເມື່ອ​ທຽບ​ໃສ່​ລະດັບ​ສະ​ເລ່ຍ​ໃສ່​ຫົວ​ຄົນຂອງ​ໂລກ. ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ຢູ່​ຫວຽດນາມ ຍັງ​ບໍ່​ທັນ​ໄດ້​ຮັບປະກັນ. ​ເລື່ອງ​ລົງທຶນ​ພັດທະນາ​ໄຟຟ້າ​ຢູ່​ເຂດ​ຊົນນະບົດ, ​ເຂດ​ພູດ​ອຍ, ​ເຂດ​ທະ​ເລໝູ່​ເກາະ, ​ເຂດ​ຫ່າງ​ໄກ​ຊອກ​ຫຼີກ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ປະຈຸ​ບັນ, ຫວຽດນາມ ພວມ​ສ້າງ​ຍຸດ​ທະ​ສາດ​ເຕີບ​ໂຕ​ຂຽວ​ເພື່ອ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ, ນຳ​ໃຊ້​ພະລັງງານຢ່າງ​ມີ​ປະສິດທິ​ຜົນ ​ແລະ ພັດທະນາ​ຮູບ​ການພະລັງງານ​ຜະລິດ​ຄືນ​​ໃໝ່. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ເນັ້ນ​ໜັກ​ວ່າ: ​ເພື່ອ​ພັດທະນາ​ພະລັງງານ​ແບບ​ຍືນ​ຍົງ, ຫວຽດນາມ ຕ້ອງການ​​ໄດ້​ຮັບການ​ໜູນ​ຊ່ວຍ​ດ້ານ​ການ​ເງິນ, ​ເຕັກ​ໂນ​ໂລ​ຢີຂອງ​ວົງ​ຄະນະ​ຍາດ​ສາກົນ​ໃນ​ບາງ​ບັນຫາ​ຄື: ວິທີ​ການ ​ແລະ ວາງ​ແຜນ​ສັງ​ລວ​ມພະລັງງານ​ແຫ່ງ​ຊາດ, ​ເຂດ, ທ້ອງ​ຖີ່​ນ, ບັນດາ​ວິທີ​ການ​ພະລັງງານ​ທົດ​ແທນ​ທີ່ມີ​ປະສິດທິ​ຜົນ​ຄື: ພະລັງງານ​ປະລະມານູ, ​ແຮງ​ລົ​ມ, ​ແຮງ​ຕາ​ເວັນ…

ຂ່າວ/ບົດ​ອື່ນ