ຮອງນາຍົກລັດຖະມົນຕີ Nguyen Thien Nhan ເຮັດວຽກຢູ່ແຂວງ Yen Bai

ຮອງນາຍົກລັດຖະມົນຕີ Nguyen Thien Nhan ເຮັດວຽກຢູ່ແຂວງ Yen Bai - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ Nguyen Thien Nhan
​ເຮັດ​ວຽກ​ຢູ່​ແຂວງ Yen Bai
(ພາບ: baoyenbai.com.vn)

(vovworld) -     ວັນ​ທີ 11/11, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ແລະ ຄະນະ​ປະຕິບັດ​ງານ​ລັດຖະບານ ​ໄດ້​ມີ​ການ​ເຮັດ​ວຽກ​ຢູ່​ແຂວງ Yen Bai; ຢ້ຽມຢາມ ​ແລະ ​ອວຍພອນ​ວັນ​ຄູ​ຫວຽດນາມ 20/11 ຂອງ​ຄູ​ອາຈານ ​ແລະ ນັກຮຽນ​ຢູ່​ບາງ​ໂຮງຮຽນ​ວິຊາ​ຊີບ​ບາງ​ແຫ່ງ​ຂອງ​ແຂວງ. ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ຄະນະພັກ​ແຂວງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ Yen Bai, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ເວົ້າ​ລວມ ​ແລະ ການ​ສຶກສາ​ບຳລຸງ​ສ້າງ​ເວົ້າ​ສະ​ເພາະ​ຂອງ​ແຂວງ Yen Bai ​ໃນ​ຊຸມ​ປີຜ່ານມາ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ຊີ້​ແຈ້ງວ່າ.

“ພວກ​ຂ້າພະ​ເຈົ້າ​ຊົມ​ເຊີຍ ​ແລະ ອວຍພອນ​ບັນດາ​ຜົນງານລວມ​ຂອງ​ແຂວງ yen Bai ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ. ຂອບ​ອົກ​ຂອບ​ໃຈຄວາມ​ເອົາ​ໃຈ​ໃສ່​ຂອງບັນດາ​ສະຫາຍ​ໃຫ້​​ແກ່ພາລະກິດ​ການ​ສຶກສາ, ​ແຕ່​ຂັ້ນ​ອະນຸບານ​ຕະຫຼອດ​ຮອດ​​ຂັ້ນວິທະຍາ​ໄລ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ ໃນ​ໄລຍະ 10 – 15 ປີ​ຂ້າງ​ໜ້າ ​ເມື່ອ​ຫວນຄືນຫຼັງພວກ​ເຮົາ​ອາດດ​ມີ​ຄວາມເອກ​ອ້າງ​ຖະນົງ​ໃຈ​​ເພາະ ມື້​ນີ້​ພວກເຮົາ​​ໄດ້ສ້າງ​​ພື້ນຖານ​ເພື່ອ​ໃຫ້​ແຂວງ Yen Bai ພັດທະນາ”.

ກ່ອນ​ການ​​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ Yen Bai, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ແລະ ຄະນະ​ປະຕິບັດ​ງານ​​ໄດ້​ລົງ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ນັກຮຽນ, ນັກ​ສຶກສາ ​ແລະ ອວຍພອນ​ບັນດາ​ຄູ​ອາຈານ​ເນື່ອງ​ໃນ​ໂອກາດ​ວັນ​ຄູ​ຫວຽດນາມ 20/11 ຢູ່​ວິທະຍາ​ໄລ​ຕ່າງໆ​ໃນ​ບໍລິ​ເວນ​ແຂວງ.

ຂ່າວ/ບົດ​ອື່ນ