ຮອງນາຍົກລັດຖະມົນຕີ Nguyen Xuan Phuc: ສຸມໃສ່ແກ້ໄຂບັນດາກໍລະນີກ່າວຟ້ອງທີ່ແກ່ຍາວ

ຮອງນາຍົກລັດຖະມົນຕີ Nguyen Xuan Phuc: ສຸມໃສ່ແກ້ໄຂບັນດາກໍລະນີກ່າວຟ້ອງທີ່ແກ່ຍາວ - ảnh 1
ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ​ວັນ​ທີ 6/7, ທ່ານ​ຮ​ອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ໄດ້​ເຂົ້າ​ຮ່ວມ​ກອງ​​ປະຊຸມ​ສະຫຼຸບ 10 ປີ​ແຫ່ງ​ວັນ​ປະຕິບັດ​ຄຳ​ສັ່ງ​ຂອງ​ລັດຖະບານ​ກ່ຽວກັບ​ການ​ແກ້​ໄຂ​ການ​ຮ້ອງ​ຟ້ອງ, ຮ້ອງທຸກ ຂອງ​ຊາວ​ກະ​ສິກ​ອນ​​ໄລຍະ 2001 – 2011 ​ໂດຍ ສູນ​ກາງ​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ​ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍ​ົກລັດຖະມົນຕີ Nguyen Xuan Phuc ຊີ້​ແຈ້ງວ່າ: ການ​ຮ້ອງ​ຟ້ອງ, ຮ້ອງທຸກ​ໃນ​ໝູ່​ຊາວ​ກະສິກອນ​ພວມ​​ແມ່ນ​ບັນ​ຫາ​ໃຫຍ່​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ໃນ​ປະຈຸ​ບັນ. ພັກ, ລັດ ​ເອົາ​ໃຈ​ໃສ່​ທີ່​ສຸດເຖິງ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ. ​ໃນ​ສະພາບ​ການທີ່​ມີ​ຄວາມ​ຫຍຸ້ງຍາກສິ່ງ​ກີດຂວາງຫຼາຍ​ຢ່າງ, ​ກ່ຽວ​ກັບ​ດ້ານ​ເສ​ດຖະກິດ, ​ແຕ່​ວ່າ​ລະດັບ​ການ​ລົງທຶນ​ສິນ​ເຊື່ອ​ໃຫ້​ແກ່​ກະ​ສິກຳ, ຊາວ​ກະສິກອນ, ຊົນນະບົດ​ພັດເພີ່ມ​ຂຶ້ນ, ສົມ​ໜ້າ​ເຂດ​ຊົນນະບົດ​ມີ​ການ​ປ່ຽນ​​ແປງ​ໃໝ່, ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກຳ​ພາກສ່ວນ​ໜຶ່ງເປັນ​ປົກກະ​ຕິ. ທ່ານ​ຮອງ​ນາຍ​ົກລັດຖະມົນຕີ Nguyen Xuan Phuc ສະ​ເໜີ​ໃຫ້​ສະມາຄົມ​ຊາວ​ກະສິກຳ​ທຸກ​ຂັ້ນ​ຄວນ​ສຸ​ມ​ໃສ່​ເປັນ​ເສນາ​ທິການ​ໃຫ້​ແກ່​ອຳນາດ​ການ​ປົກ​ຄອງ​ທ້ອງ​ຖີ່​ນ​ແກ້​ໄຂ​ການ​ຮ້ອງ​ຟ້ອງ, ຮ້ອງທຸກ, ພ້ອມ​ທັງ​ປະຕິບັດ​ວຽກ​ງານ​ໂຄສະນາ​ໃຫ້​ແກ່​ສະມາຊິກ​ໃນ​ສະມາຄົ​ມກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ປະຊາຊົນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ເປັນ​ຢ່າງ​ດີ, ​ໂຄສະນາ​ກົດໝາຍ, ໜູນ​ຊ່ວຍ​ດ້ານ​ກົດໝາຍ​ໃຫ້​ແກ່​ຊາວ​ກະສິກອນ. ​ທ່ານ​ຮອງ​ນາຍ​ົກລັດຖະມົນຕີ Nguyen Xuan Phuc ກໍ​ສະ​ເໜີ​ໃຫ້​ສະມາຄົມ​ຊາວ​ກະສິກ​ອນທຸກ​ຂັ້ນ​ຄວນຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ບຳລຸງ​ສ້າງ, ບຳລຸງ​ດ້ານ​ວິຊາ​ຊີບ, ວິຊາ​ສະ​ເພາະ​ໃຫ້​ແກ່​ສະມາຊິກ​ຊາວ​ກະສິກອນ.

“ປະທານ​ຄະນະ​ກຳມະການ​ປະຊາຊົນ​ບັນດາ​​ແຂວງ, ນະຄອນ​ຄວນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ອົງການກວດກາ​ນລັດຖະບານ, ກະຊວງ​ຊັບພະຍາກອນ​ສິ່ງ​ແວດ​ລ້ອມ, ກະຊວງ​ຍຸດຕິ​ທຳ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ເພື່ອກວດກາ, ສະຖິຕິ ບັນດາກໍລະນີ​ຮ້ອງ​ຟ້ອງ​ທີ່​ສັບສົນ, ​ແກ່ຍາວ, ມີ​ແຜນການ​ຢ່າງ​ລະອຽດ, ສຸມ​ໃສ່​ແກ້​ໄຂ​​ໃຫ້​ສຳ​ເລັດ​ຢ່າງ​ເດັດຂາດ. ​ໃນ​ວິວັດ​ການ​ແກ້​ໄຂ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນຕ້ອງ​ເຊີນ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການຈັດ​ຈັ້ງ​ມະຫາຊົນ, ການ​ເມືອງ, ສັງຄົມ, ພິ​ເສດ​ແມ່ນ​ສະມາຄົມ​ຊາວ​ກະສິກອນ​ເຂົ້າ​ຮ່ວມ​ການ​ແກ້​ໄຂ, ຈັດ​ຕັ້ງ​ການ​ເຈລະຈາ, ພິຈາລະນາ​ນິຕິ​ທຳຢ່າງຮອບດ້ານ ​ແລະ ​​​ສະພາບ​ຕົວ​ຈິງ, ​ເພື່ອ​ໃຫ້​ມີ​ມາດ​ຕະການ​ແກ້​ໄຂ​ຢ່າງ​ສົມ​ເຫດ​ສົມ​ຜົນ, ຢຸດຕິ​ການ​ຮ້ອງ​ຟ້ອງ​ທີ່​ແກ່ຍາວ.”

ຂ່າວ/ບົດ​ອື່ນ