ຮອງນາຍົກລັດຖະມົນຕີ Nguyen Xuan Phuc ເຈລະຈາກັບປະທານສະຫະພັນ Keidanren

ຮອງນາຍົກລັດຖະມົນຕີ Nguyen Xuan Phuc ເຈລະຈາກັບປະທານສະຫະພັນ Keidanren - ảnh 1
ທ່ານປະທານ Hiromasa Yonekura ແລະ ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຍີ່ປຸ່ນ, ວັນ​ທີ 5/7, ທ່ານ Nguyen Xuan Phuc, ກຳມະການ​ກົມ​ການ​ເມືອງສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີຫວຽດນາມ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ໄດ້​ມີ​ການ​ເຈລະຈາ​ກັບ​ປະທານ​ສະຫະພັນ​ບັນດາ​ອົງການ​ເສດຖະກິດ ຍີ່ປຸ່ນ (ຫຼື Nippon Keidanren) ທ່ານ Hiromasa Yonekura ​ແລະ ຄະນະ​ການ​ນຳ​ອົງການ​ນີ້. ຢູ່​ທີ່​ນີ້, ທ່ານ​ປະທານ Yonekura ​ໄດ້​ສະ​ແດງ​ຄວາມ​ປະຕິ​ຊົມ​ຊືນ​ເມື່ອ​ເຫັນ​ວ່າ: ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພວມພັດທະນາ​ອັນ​ດີງາມ ​ແລະ ຫວັງ​ວ່າ​ຈະ​ປະກອບສ່ວນ​ໃນ​ວິວັດ​ການ​​ຫັນ​ປະ​ເທດ​ຊາດເປັນປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄໝ​ຂອງ​ຫວຽດນາມ ຜ່ານ​ການ​ຊຸກຍູ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ​ແລະ ຄູ່​ຮ່ວມ​ມື​ຫວຽດນາມ. ທ່ານ​ຫວັງ​ວ່າ: ຜ່ານ​ການ​ຢ້ຽມຢາມ​ຂອງທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc, ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ຈະ​ເຂົ້າ​​ໃຈ​ແຈ້ງ​ກ່ວາກ່ຽວ​ກັບ, ບັນດາ​ຄວາມ​ຕ້ອງການ​ຂອງ​ຫວຽດນາມ​​ໃນ​ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ. ສ່ວນ​ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໃຫ້​ຮູ້​ວ່າ: ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ປ​ະກອບ​ສ່ວນ​ທຸກ​ສິ່ງ​ທຸກ​ຢ່າງ​ເທົ່າ​ທີ່​ສາມາດ​ເຮັດ​​ໄດ້ເພື່ອ​ໜູນ​ຊ່ວຍ ຍີ່ປຸ່ນ ​ຜ່ານ​ຜ່າ​ໄລຍະ​​ຫຍຸ້ງຍາກ​ໂດ​ຍ​ໄວ. ​ໃນສະພາບ​ການ​ເສດຖະກິດ​ໂລກ​ຖືກ ອຶດ​ອາດ​ຊັກ​ຊ້າຄື​ປະຈຸ​ບັນ, ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ລັດຖະບານຫວຽດນາມ  ກຳນົດ​ວ່າ: ຄວນ​ສ້າງ​​ໂຄງ​ປະກອບພື້ນຖານ​ເສດຖະກິດ, ລະບົບ​ການ​ເງິນ, ​ເງິນຕາຄືນ​ໃໝ່ ກໍ່​ຄື​ສ້າງ​​ລະບົບ​ກົດໝາຍ​ໃຫ້​ສົມ​ບູນ​ແບບ.  ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຢືນຢັນ​ວ່າ: ລັດຖະບານ​ຫວຽດນາມ ຍາມ​ໃດ​ກໍ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ ຍີ່ປຸ່ນ ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ​ແລະ ​ໃຫ້​ຮູ້​ວ່າ: ວິ​ສາ​ຫະກິດ ຍີ່​ປຸ່ນສ່ວນ​ຫຼາຍ ​ໄດ້​ປະສົມ​ຜົນ​ສຳ​ເລັດ​ຢູ່​ຫວຽດນາມ. ​ແລະກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ​ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ ​ໂຕ​ກຽວ ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມຢາມ ຍີ່ປຸ່ນ ຢ່າງ​ຈົບງາມ.

ຂ່າວ/ບົດ​ອື່ນ