ຮອງນາຍົກລັດຖະມົນຕີ Nguyen Xuan Phuc ເປັນປະທານກອງ ປະຊຸມປ້ອງກັນຕ້ານໂລກ AIDS

ຮອງນາຍົກລັດຖະມົນຕີ Nguyen Xuan Phuc ເປັນປະທານກອງ ປະຊຸມປ້ອງກັນຕ້ານໂລກ AIDS  - ảnh 1

(ພາບປະກອບ:ktdt.vn)

( vovworld ) – ວັນ​ທີ 6/9, ຢູ່​ຮ່າ​ໂນ້ຍ, ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ​, ຕ້ານໂລກ AIDS ​ແລະ ການ​ປ້ອງ​ກັນ​, ຕ້ານ​ໄພ​ຢາ​ເສບ​ຕິດ, ​ໂສ​ເພນີ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຕີ​ລາຄາ​ວຽກ​ງານ 6 ​ເດືອນ​ຕົ້ນປີ ​ແລະ ກຳນົດ​ໜ້າ​ທີ່​ຈຸດ​ສຸມ​ໃນ 6 ​ເດືອນ​ທ້າຍ​ປີ 2012 ຂອງ​ຄະນະ​ກຳມະການ. ກ່າວ​ຄຳ​ເຫັນ​ຢູ່​ກອງ​ປະຊຸມ, ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ເນັ້ນໜັກ​ວ່າ: ວຽກ​ງານ​ປ້ອງ​ກັນ​, ຕ້ານໂລກ AIDS ​ແລະ ການ​ປ້ອງ​ກັນ​, ຕ້ານ​ໄພ​ຢາ​ເສບ​ຕິດ, ​ໂສ​ເພນີ ​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ, ມີ​ຜົນ​ສະທ້ອນ​ຕໍ່​ເສດຖະກິດ, ວັດທະນະທຳ, ສັງຄົມ ​ແລະ ການ​ພັດທະນາ​ແນວ​ພັນ​ຂອງ​ຫວຽດນາມ. ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຍັງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ວຽກ​ງານ​ຖະ​ແຫຼ​ງຂ່າວ, ​ໂຄສະນາ ​ແລະ ປັບປຸງ​ບູລະນະ​ຄະນະ​ກຳມະການ​ແຫ່ງ​ຊາດ​ໄດ້​ປະຕິບັດ​ເປັນ​ຢ່າງ​ດີ​ພໍ​ສົມຄວນ. ບັນດາ​ກະຊວງ, ຂະ​ແໜງ​ການ​ກໍ່​ໄດ້​​ແນະນຳ, ຊຸກຍູ້​ທ້ອງ​ຖິ່ນ​ຕ່າງໆ​ຜັນ​ຂະຫຍາຍການ​ປະຕິບັດວຽກ​ງານ​ປ້ອງ​ກັນ​, ຕ້ານໂລກ AIDS ​ແລະ ການ​ປ້ອງ​ກັນ​, ຕ້ານ​ໄພ​ຢາ​ເສບ​ຕິດ, ​ໂສ​ເພນີ ນັບ​ແຕ່​ຕົ້ນປີ 2012 ຢ່າງ​ຂ້ຽວຂາດ. ທ່ານ​ສະ​ເໜີ​ວ່າ: ບັນດາ​ກະຊວງ ຂະ​ແໜງ​ການ, ທ້ອງຖິ່ນ​ຕ່າງໆ ຈົ່ງ​ປະຕິບັດ​ບັນດາ​ເອກະສານ, ຄຳ​ສັ່ງ​ຂອງ​ພັກ, ນະ​ໂຍບ​ບາຍ​ກົດໝາຍ​ຂອງ​ລັດ​ກ່ຽວ​ກັບວຽກ​ງານ​ປ້ອງ​ກັນ​, ຕ້ານໂລກ AIDS ​ແລະ ການ​ປ້ອງ​ກັນ​, ຕ້ານ​ໄພ​ຢາ​ເສບ​ຕິດ, ​ໂສ​ເພນີ ຢ່າງ​ເຂັ້ມງວດ.

 

 

 

ຂ່າວ/ບົດ​ອື່ນ