ຮອງນາຍົກລັດຖະມົນຕີ ກຳປູເຈຍ ຈະເຂົ້າຮ່ວມພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ

(VOVWORLD) -  ທ່ານນາງ Men Sam An , ຮອງນາຍົກລັດຖະມົນຕີ ກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຮອງນາຍົກລັດຖະມົນຕີ ກຳປູເຈຍ ຈະເຂົ້າຮ່ວມພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ - ảnh 1ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: Nguyễn Hồng)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ, ຮອງຫົວໜ້າຄະນະຊີ້ນຳປີມິດຕະພາບລະດັບຊາດ ຫວຽດນາມ - ກຳປູເຈຍ 2022, ແຕ່ວັນທີ 23 – 25 ມິຖຸນາ, ທ່ານນາງ Men Sam An , ຮອງນາຍົກລັດຖະມົນຕີ ກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທ່ານນາງຮອງນາຍົກລັດຖະມົນຕີ Men Sam An ຈະເຂົ້າຮ່ວມພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ຢູ່ໂຮງລະຄອນໃຫຍ່ (ທີ່ຮ່າໂນ້ຍ) ໃນວັນທີ 24 ມິຖຸນາ. ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        “ພິທີສະເຫຼີມສະຫຼອງແມ່ນການເຄື່ອນໄຫວຈຸດສຸມຂອງປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022, ສະເຫຼີມສະຫຼອງຂີດໝາຍສຳຄັນຍິ່ງຂອງນ້ຳໃຈໄມຕີຈິດມິດຕະພາບສະໜິດຕິດພັນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ, ແມ່ນໂອກາດເພື່ອໃຫ້ສອງຝ່າຍພ້ອມກັນຫວນຄືນປະຫວັດສາດ ແລະ ມູນເຊື້ອສາມັກຄີ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໄລຍະຕໍ່ສູ້ຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ ແລະ ໃນພາລະກິດແຫ່ງການພັດທະນາປະເທດຊາດໃນປະຈຸບັນ. ນີ້ແມ່ນການເຄື່ອນໄຫວປະກອບສ່ວນເພີ່ມທະວີການໂຄສະນາ, ການສຶກສາປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມສອງປະເທດ ກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງການພົວພັນ ຫວຽດນາມ - ກຳປູເຈຍ.”

ຕອບກັບ

ຂ່າວ/ບົດ​ອື່ນ