ຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ ເຂົ້າຮ່ວມພິທີເປີດສະຫຼອງໂຮງງານຜະລິດລົດເມໃຫຍ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ

(VOVWORLD) - ນີ້ແມ່ນໂຮງງານຜະລິດລົດເມໃຫຍ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ ອວຍພອນໃຫ້ບໍລິສັດຫຸ່ນສ່ວນລົດໂອໂຕ ເຈື່ອງຫາຍ ຜະລິດບັນດາຜະລິດຕະພັນໃໝ່
ຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ ເຂົ້າຮ່ວມພິທີເປີດສະຫຼອງໂຮງງານຜະລິດລົດເມໃຫຍ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ - ảnh 1 ພິທີຕັດແຖບຜ້າເປີດສະຫຼອງບໍລິສັດ

ຕອນເຊົ້າວັນທີ 8 ທັນວາ, ຢູ່ເຂດຜະລິດ ແລະ ປະກອບລົດໂອໂຕ ຈູລາຍ - ເຈື່ອງຫາຍ, ນອນໃນເຂດເສດຖະກິດເປີດຈູລາຍ, ແຂວງ ກວາງນາມ, ບໍລິສັດຫຸ້ນສ່ວນລົດໂອໂຕ ເຈື່ອງຫາຍ ຈັດຕັ້ງພິທີເປີດສະຫຼອງໂຮງງານຜະລິດລົດເມ Thaco. ນີ້ແມ່ນໂຮງງານຜະລິດລົດເມໃຫຍ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ ອວຍພອນໃຫ້ບໍລິສັດຫຸ່ນສ່ວນລົດໂອໂຕ ເຈື່ອງຫາຍ ຜະລິດບັນດາຜະລິດຕະພັນໃໝ່, ຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນປະເທດ ແລະ ສົ່ງອອກ. ທ່ານຮອງນາຍົກລັດຖະມົນຕີ ຖືວ່າ: Thaco ໄດ້ຜະລິດບັນດາຜະລິດຕະພັນທີ່ມີເຄື່ອງໝາຍການຄ້າ ຫວຽດນາມ, ດ້ວຍອັດຕາການນຳໃຊ້ສິ້ນສ່ວນ, ວັດຖຸອຸປະກອນພາຍໃນນັບມື້ນັບສູງ:

        “ນີ້ແມ່ນສິ່ງທີ່ລັດຖະບານ, ນາຍົກລັດຖະມົນຕີ ແລະ ປະຊາຊົນ ຫວຽດນາມ ປາດຖະໜາທີ່ສຸດ. ໂດຍຕາງໜ້າໃຫ້ລັດຖະບານ ແລະ ນາຍົກລັດຖະມົນຕີ, ຂ້າພະເຈົ້າຂໍຍ້ອງຍໍຊົມເຊີຍບັນດາທຸກຜົນທີ່ Thaco ບັນລຸໄດ້. ໂຮງງານຜະລິດລົດເມ ໄດ້ຮັບການສ້າງຕັ້ງໃນມື້ນີ້ ແມ່ນບາດກ້າວບຸກທະລຸໃນການຟິຊິດໃຈບັນດາລູກຄ້າທີ່ຕ້ອງການຄຸນນະພາບສູງ. ຂ້າພະເຈົ້າກໍ່ອວຍພອນໃຫ້ແຂວງ ກວາງນາມ ສືບຕໍ່ມີບັນດາຜະລິດຕະພັນໃໝ່ເພື່ອປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດຂອງທ້ອງຖິ່ນ ແລະ ເສດຖະກິດຂອງປະເທດຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ