ຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຂືອ ຈະໄປ ອາເມລິກາ ເຈລະຈາ ພາຍຫລັງວັນຊາດ ຈີນ 1 ອາທິດ

(VOVWORLD) -  ຈີນ ຢັ້ງຢືນວ່າ ຫົວໜ້າຄະນະເຈລະຈາການຄ້າຂັ້ນສູງຂອງ ຈີນ, ທ່ານຮອງນາຍົກລັດຖະມົນຕີ ຫຼຽວເຂືອ ຈະໄປ ອາເມລິກາ ເຈລະຈາພາຍຫລັງວັນຊາດຂອງປະເທດນີ້ 1 ອາທິດ.

        ວັນທີ 29 ກັນຍາ, ທີ່ນະຄອນຫລວງ ປັກກິ່ງ, ກ່າວຄຳເຫັນທີ່ກອງປະຊຸມຂ່າວຂອງຂະແໜງການຄ້າ ຈີນ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນຊາດ ຈີນ, ທ່ານ ຫວ໊າງເສົາເວິ໊ນ, ຮອງລັດຖະມົນຕີກະຊວງການຄ້າທັງເປັນຮອງຫົວໜ້າຄະນະຜູ້ຕາງໜ້າເຈລະຈາການຄ້າສາກົນຂອງ ຈີນ ໃຫ້ຮູ້ວ່າ: ພາຍຫລັງວັນຊາດ 1 ອາທິດ, ທ່ານຮອງນາຍົກລັດຖະມົນຕີ ຫຼຽວເຂືອ ຈະນຳໜ້າຄະນະຜູ້ແທນປະເທດນີ້ໄປ ອາເມລິກາ ເພື່ອເຂົ້າຮ່ວມຮອບເຈລະຈາດ້ານການຄ້າຄັ້ງທີ 13 ລະຫວ່າງ 2 ປະເທດ.

ຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຂືອ ຈະໄປ ອາເມລິກາ ເຈລະຈາ ພາຍຫລັງວັນຊາດ ຈີນ 1 ອາທິດ - ảnh 1 ທ່ານ ຫວ໊າງເສົາເວິ໊ນ, ຮອງລັດຖະມົນຕີກະຊວງການຄ້າ ຈີນ

        ກ່ອນໜ້ານັ້ນ, ທ່ານ Larry Kudlow ທີ່ປຶກສາດ້ານເສດຖະກິດຂອງທຳນຽບຂາວ ກໍ່ໃຫ້ຮູ້ວ່າ: ຮອບເຈລະຈາດ້ານການຄ້າຕໍ່ໄປລະຫວ່າງ ອາເມລິກາ ກັບ ຈີນ ຄາດວ່າ ຈະດຳເນີນໃນອາທິດທີ 2 ຂອງເດືອນ ຕຸລາ, ກ່ອນຈຸດເວລາທີ່ ອາເມລິກາ ຄາດວ່າຈະເພີ່ມພາສີສຳລັບສິນຄ້ານຳເຂົ້າຈາກ ຈີນ. ເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ເລື່ອນການເພີ່ມພາສີແຕ່ 25% ຂຶ້ນ 30% ສຳລັບສິນຄ້າທີ່ນຳເຂົ້າຈາກ ຈີນ ທີ່ມີມູນຄ່າ 250 ຕື້ USD ໃນວັນທີ 01 ຕຸລາ ໄປຮອດວັນທີ 15 ຕຸລາ ກໍ່ໄດ້ຮັບຖືວ່າ ແມ່ນການສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ