ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງກວາງນາມ

ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງກວາງນາມ - ảnh 1
ທ່ານ Nguyen Xuan Phuc ຕ້ອນຮັບ​ຄະນະ​ຜູ້​ແທນ​
ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດນະຄອນ​ຕາມ​ກີ່
( ພາບ: VGP )


( vovworld ) -   ຕອນ​ບ່າຍວັນ​ທີ 28/6, ຢູ່​ສຳນັກ​ງານ​ລັດຖະບານ, ທ່ານ Nguyen Xuan Phuc,​ ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດນະຄອນ​ຕາມ​ກີ່, ​ແຂວງ​ກວາງ​ນາມ ​ເນື່ອງ​ໃນ​ໂອກາດ​ທີ່​ຄະນະ​ມາ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ, ​ເຂົ້າ​ຢ້ຽມ​ຂໍ່ານັບສຸສານ​ປະທານ​ໂຮ່ຈິ​ມິນ. ທີ່​ການ​ຕ້ອນຮັບ,​ ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ສະ​ແດງ​ຄວາມ​ເອກ​ອ້າງ​ທະນົງ​ໃຈຕໍ່​ມູນ​ເຊື້ອ​ວິລະ​ຊົນ, ອົງອາດ, ກ້​າແກ່ນ​ບໍ່​ຍອມ​ຈຳນົນ, ລ​ຳບາກ​ກາກ​ກຳ ​ແລະ ເສຍສະຫຼະ​ຊີວິດ​ເພື່ອ​ຄວາມ​ເອກະລາດ​ແຫ່ງ​ຊາດ​ຂອງ​ບ້ານ​ເກີດ​ເມືອງ​ນອນ​ຕາ​ມກີ່ - ກວາງ​ນາມ ​ແລະ ​ເນັ້ນ​ໜັກ​ວ່າ: ຍາມ​ໃດ ພັກ, ລັດ ກໍ​ເຄົາລົບ ​ແລະ ຈົດ​ຈຳບຸນຄຸນຕໍ່​ການ​ອຸທິດ​ສ່ວນ​ທີ່​​ໃຫຍ່​ຫຼວງ​ຂອງ​ປະຊາຊົນ​ທຸກຊັ້ນ​ວັນນະ, ​ແມ່​ຫວຽດນາມ ວິລະ​ຊົນ, ທະຫານ​​ເສຍ​ອົງຄະ ​ແລະ ຄອບຄົວ​ນັກຮົບ​ເສຍສະຫຼະຊີວິດ​ເພື່ອ​ຊາດ​ຢູ່​ດິນ​ແດງ​ແຫ່ງ​ນີ້, ​ເຊິ່ງ​ໄດ້​ປະກອບສ່ວນ​ສຳຄັນ​​​ເຂົ້າ​ໃນບັນດາຜົນງານຂອງ​ປະ​ເທດ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີສະ​ເໜີ​ໃຫ​້ຄະນະ​ພັກ, ອຳນາດ​ການ​ປົກຄອງ​ນະຄອນ​ຕາມ​ກີ່ ​ແລະ ​ແຂວງ​ກວາງ​ນາມ ສືບ​ຕໍ່​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີຕໍ່​ການ​ປະຕິວັດ, ຮັບປະກັນ​ຊີວິດການ​ເປັນ​ຢູ່ຂອງ​ເຂົາ​ເຈົ້າ​ທຽບ​ເທົ່າ ຫຼື ສູງ​ກວ່າລະດັບປານ​ກາງຂອງ​ປະຊາຊົນ​ທ້ອງ​ຖິ່ນ. ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ ​ແລະ ຮັບ​ໃຊ້​ການ​ປິ່ນປົວ​ສຸຂະພາບ​ໃຫ້​ແກ່ບັນດາ​ແມ່​ຫວຽດນາມ ວິລະ​ຊົນ ​ເພື່ອ​ໃຫ້ແມ່​ຫວຽດນາມ ວິລະ​ຊົນ​ມີ​ຄວາມສຸກ. ນີ້​ແມ່ນ​ການ​ຕອບ​ບຸນ​ແທນຄຸນຂອງລູກ​ຫຼານ​ທີ່​ມີ​ຕໍ່​ຄົນລຸ້ນກ່ອນໆ.

ຂ່າວ/ບົດ​ອື່ນ