ຮອງນາຍົກລັດຖະມົນຕີ ຕ້ອນຮັບ ນັກອຸປະຖຳໃຫ້ແກ່ວຽກງານປ້ອງກັນ ແລະ ຕ້ານ HIV/AIDS

ຮອງນາຍົກລັດຖະມົນຕີ ຕ້ອນຮັບ ນັກອຸປະຖຳໃຫ້ແກ່ວຽກງານປ້ອງກັນ ແລະ ຕ້ານ HIV/AIDS - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວງ​ຟຸ໋ກ
ຕ້ອນຮັບທ່ານ​ນາງ Pratibha Mechta
(ພາບ: chinhphu.vn)


(vovworld) -     ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ບັນດາ​ສະຖານທູດ, ອົງການ​ຈັດ​ຕັ້ງ​ສາກົນ, ນັກ​ອຸປະຖຳ​ໃຫ້​ແກ່​ວຽກງານ​ປ້ອງ​ກັນ ​ແລະ ຕ້ານ HIV/AIDS, ຢາ​ເສບ​ຕິດ, ​ໂສ​ເພນີ ຢູ່​ຫວຽດນາມ ​ໂດຍ​ທ່ານ​ນາງ Pratibha Mechta, ຜູ້​ປະສານ​ງານ​ປະຈຳ, ທັງ​ເປັນປະທານໜ່ວຍປະສານ​ງານ​ບໍ່​ເປັນ​ທາງ​ການ​ກ່ຽວ​ກັບ HIV (ອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ), ​ເປັນ​ຫົວໜ້າ​ຄະນະ, ຢູ່​ທີ່​ຮ່າ​ໂນ້ຍ, ​ໃນວັນ​ທີ 11/12, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວງ​ຟຸ໋ກ ​ໄດ້​ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ຢ່າງ​ມີ​ປະສິດ​ທິຜົນ​ຂອງບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຜູ້​ຕາງໜ້າ, ບັນດາ​ອົງການ​ສາກົນ ​ແລະ ບັນດາ​ນັກ​ອຸປະຖຳ​ໃຫ້​ແກ່​ວຽກ​ງານປ້ອງ​ກັນ ​ແລະ ຕ້ານ AIDS, ຢາ​ເສບ​ຕິດ, ​ໂສ​ເພນີ​ຢູ່​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ. ນອກຈາກ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ກ່ຽວ​ກັບ​ວຽກງານປ້ອງ​ກັນ ​ແລະ ຕ້ານ HIV/AIDS ​ແລ້ວ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ຫວັງ​ວ່າ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ຢ່າງ​ແໜ້ນ​ແຟ້ນ, ​​ເຕັມ​ໄປ​ດ້ວຍເຈດ​ຕະນາ​ດີ ​ແລະ ມີ​ປະສິດທິ​ຜົນ​ຈາກ​ບັນດາ​ນັກ​ອຸປະ​ຖຳ, ​ເພື່ອ​ມິດສາ​ກົນ ​ເພື່ອ​ຮັກສາ, ຮັບປະກັນ​ຄວາມ​ໝັ້ນຄົງ ​ແລະ ​ເສີມ​ຂະຫຍາຍ​ຜົນງານ​ຕ່າງໆ​ເຊິ່ງທັງສອງ​ຝ່າຍ​ໄດ້​ພ້ອມ​ກັນ​ມະ​ນາ​ພະຍາຍາມ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ນາງ Pratibha Mechta ຢືນຢັນ​ວ່າ, ບັນດາ​ນັກ​ອຸປະຖຳ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ປະຕິບັດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການປ້ອງກັນ​ ​ແລະ ຕ້ານ​ ຢາ​ເສບ​ຕິດ, HIV/AIDS ຢ່າງ​ມີ​ປະສິດ​ທິຜົນ.

ຂ່າວ/ບົດ​ອື່ນ